ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ”

(VOVWORLD) -  ຕາມນັ້ນແລ້ວ, ນະຄອນ ຮ່າໂນ້ຍ ໄດ້ຈັດການແຂ່ງຂັນຊອກຮູ້ມູນເຊື້ອ 50 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ”; ຈັດການພົບປະແລກປ່ຽນກັບບັນດານັກຮົບເກົ່າ...
 
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” - ảnh 1(ພາບປະກອບຈາກ TTXVN)

 

 

ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ປະກາດໃຊ້ແຜນການຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” (18/12/1972 – 18/12/2022).

        ຕາມນັ້ນແລ້ວ, ນະຄອນ ຮ່າໂນ້ຍ ໄດ້ຈັດການແຂ່ງຂັນຊອກຮູ້ມູນເຊື້ອ 50 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ”; ຈັດການພົບປະແລກປ່ຽນກັບບັນດານັກຮົບເກົ່າ, ບັນດາຕົວພະຍານໃນປະຫວັດສາດ. ພ້ອມທັງ ຈັດການໂອ້ລົມສົນທະນາ, ພົບປະແລກປ່ຽນໄວໜຸ່ມ ກັບບັນດາຜູ້ແທນທີ່ເປັນນັກຮົບເກົ່າເຂົ້າຮ່ວມການຕໍ່ສູ້ໃນ 12 ວັນ ແລະ ຄືນໃນບັ້ນຮົບ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ປີ 1972. ນະຄອນ ຮ່າໂນ້ຍ ກໍ່ຈະຈັດງານວາງສະແດງຕາມຫົວເລື່ອງທີ່ຫໍພິພິທະພັນໄຊຊະນະ B52 ແລະ ການວາງສະແດງເຄື່ອນທີ່ອື່ນໆຢູ່ທ້ອງຖິ່ນ, ໂຮງຮຽນ; ໄປຢື້ຢາມຖາມຂ່າວບັນດານັກຮົບເກົ່າ, ນາຍທະຫານ, ຕຳຫຼວດດີເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ