ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ - ảnh 1
(ພາບປະກອບ)

(vovworld) - ​ເນື່ອງ​ໃນ​ໂອກາດສະ​ເຫຼີມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນຝູ, ສູນ​ກະຈາຍສຽງ - ​ໂທລະພາບ​ກອງທັບ​ສົມທົບ​ກັບ​ບໍລິສັດ ດົງ​ໂດ, ຫໍພິພິດທະ​ພັນ​ແມ່ຍິງ ຫວຽດນາມ ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ​ຢ່າງ​ມີ​ຄວາມໝາຍ.

  ບັ້ນ​ຂົນຂວາຍ​ປະກອບ​ວັດຖຸ​ບັນ​ແຕ່​ສະ​ໄໝ​ສົງຄາມ​ໄດ້ຮັບ​ການ​ປຸກລະດົມ​ຢ່າງ​ເລີກ​ເຊິ່ງກວ້າງຂວາງ​ໃນໝູ່ປະຊາຊົນ​ທົ່ວ​ປະ​ເທດ, ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ເພື່ອນ​ມິດສາກົນ​. ​ແຕ່​ວັນ​ທີ 8/4, ຫໍພິພິດທະ​ພັນ​ແມ່ຍິງ ຫວຽດນາມ ​ເລີ່​ມຮັບ​ເອົາ​ວັດຖຸ​ພັນ. ວັນ​ທີ 26/4, ບັນດາ​ວັດຖຸ​ພັນ​ນີ້​ຈະ​ຖືກວາງສະ​ແດງ​ໃນ​ງານ​ສະ​ແດງ ”ອະນຸສອນ ດ້ຽນບຽນ” ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ໝີ້ດິ່ງ, ຮ່າ​ໂນ້ຍ. ​ເຫດການ​ທີ 2 ​ແມ່ນ​ງານ​ວາງສະ​ແດງ ”ອະນຸສອນ ດ້ຽນບຽນ” ​ເຊີ່ງ​ຈະເປີດ​​​​ໃນວັນ​ທີ 6/5 ທີ່ ຫໍພິພິດທະ​ພັນ​ແມ່ຍິງ ຫວຽດນາມ, 36 ລີ໋​ເທື່ອ​ງກຽດ, ຮ່ວານ​ກ໋ຽມ, ຮ່າ​ໂນ້ຍ.

     ​ເພື່ອ​ສະ​ເຫຼີມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນຝູ, ລາຍການ​ສະ​ແດງ​ສິລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ “ບົດ​​ເພງ ດ້ຽນບຽນ ດັງ​ກ້ອງ​ກັງວານ” ຈະ​ຈັດຂຶ້ນ​ໃນ​ເວລາ 20​ໂມງ ວັນ​ທີ 26/4 ທີ່ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ໝີ້ດິ່ງ, ຮ່າ​ໂນ້ຍ. ລາຍການ​ສະ​ແດງ​ສິລະ​ປະນີ້ມີ​ການ​ເຂົ້າຮ່ວມຂອງ​ນັກ​ຮ້ອງທີ່​ມີ​ຊື່ສຽງ 3 ລຸ້ນລວມ 20 ຄົນດ້ວຍ​ບັນດາ​ເພງປະຕິວັດ​, ທີ່​ວາດ​ພາບ​ໃຫ້​ເຫັນບັ້ນສູ້​ຮົບ ດ້ຽນບຽນຝູ ທີ່​ອົງອາດ​ກ້າຫານດ້ວຍ​ຄວາມ​ຕັດສິນ​ໃຈ​ຍາດ​ເອົາ​ໄຊຊະນະ​ຂອງນັກຮົບ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ