ບັນດາການເຄື່ອນໄຫວອວຍພອນພັກ, ຊົມເຊີຍລະດູບານໃໝ່

ບັນດາການເຄື່ອນໄຫວອວຍພອນພັກ, ຊົມເຊີຍລະດູບານໃໝ່ - ảnh 1

(ພາບ: baodientu.chinhphu.vn)

(vovworld)- ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ສ້າງຕັ້ງພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ເສ​ງ 2013, ວັນ​ທີ 3/2,​ ​ແຂວງກວາງ​ງາຍ ​ແລະ ກອນ​ຕູມ ​​ໄດ້ພ້ອມກັນ​ເປີດ​ງານ​ບຸນ​ໜັງສືພິມ​ລະດູບານ​ໃໝ່ ປີ​ມະ​ເສ​ງ 2013 ຊື່​ງມີ​ການ​ເຂົ້າຮ່ວມ​ຂອງ​ເກືອບ 300 ສິ່ງ​ພິມສະບັບປີ​ໃໝ່ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ​ສູນ​ກາງ ​ແລະ ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ສ່ວນ​ຢູ່​ນະຄອນ​ເກີນ​ເທີ​ ພວມ​ຈັດ​ “ງານ​ວາງສະ​ແດງຕົ້ນ​ໄມ້​ປະດັບ​ສິລະ​ປະລະ​ດູ​ບານ​ໃໝ່ ປີ​ມະ​ເສ​ງ 2013“. ທ່ານ​ຮິງ​ວັນ​ງວຽດ (Huynh Van Nguyet) ​ແຂກ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ໃຫ້​ຂໍ້​ສັງ​ເກດ​ວ່າ:

   “ງານ​ວາງສະ​ແດງ​ນີ້​ມີ​ຈຸດ​ພິ​ເສດສະ​ເພາະ ນັ້ນ​ແມ່ນ​ຕົ້ນ​ໄມ້​ປະດັບ​ເກືອບ​ທັງ​ໝົດ​ແມ່ນ​ຕົ້ນ​ໄມ້​ປະດັບ​ແບບ​ມູນ​ເຊື້ອ​ຂອງ​ພາກ​ໃຕ້​ຫວຽດນາມ. ພິ​ເສດ, ມີ​ຕົ້ນ​ໄມ້​ປ່າ​ມີ​ຮູບ​ຮ່າງ​ແປກ​ປະຫຼາດ​​ແບບ​ທຳ​ມະ​ຊາດ, ນັບ​ທັງ​ໄດ້​ຮັບ​ການ​ປະດັບ​ປະດາ​ຈາກ​ບັນດາ​ນາຍ​ຊ່າງ​ມີ​ສີມື​ດີ ​ເຮັດ​ໃຫ້​ມັນ​ມີ​ຈຸດ​ພິ​ເສດສະ​ເພາະ​ກ່ວາ​ອີກ

   ວັນ​ທີ 3/2, ຢູ່​ນະຄອນ​ກອນ​ຕູມ, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ແຂວງ​ກອນ​ຕູມ ​ໄດ້​ຈັດ​ວັນ​ບຸນ “​ເຂົ້າຕົ້ມຂຽວ-​ຄວາມ​ອົບ​ອຸ່ນ​ໃນ​ບຸນ​ເຕັດ“ ປີ 2013. ບັນດາ​ສະມາຊິກ​ໃນ​ຄະນະ​ຊາວ​ໜຸ່ມ​ແຂວງ​ໄດ້​ມອບ​ເຂົ້າຕົ້ມກ່ວາ 350 ຫໍ່ພ້ອມ​ກັບ​ຂອງຂວັນ 30 ພູດ​ໃຫ້​ແກ່​ບັນດາ​​ຊາວ​ໜຸ່ມ​, ເຍົາວະ​ຊົນ, ນັກຮຽນ​, ຄົນ​ເຈັບທຸກ​ຍາກ. ​ເອື້ອຍ​ຟານ​ທິຖູ​ຍ (Phan Thị Thủy) ຮອງ​ເລຂາ​ຄະນະ​ຊາວ​ໜຸ່ມ​ແຂວງ, ຫົວໜ້າ​ຄະນະ​ຈັດ​ຕັ້ງວັນ​ບຸນ​ໃຫ້​ຮູ້​ວ່າ:

   “ພວກ​ນ້ອງ​ໄດ້​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຄວາມ​ຮັກ​ແຮງ​ຕໍ່​ບັນດາ​ຜູ້​ທຸກ​ຍາກ​ກ່ວາ​ຕົນ. ພວກ​ຂ້າພະ​ເຈົ້າຖືວ່າ ພວກ​ນ້ອງ​​ໄດ້ມີ​ສະຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ລາຍການ​ແລ້ວ ​ແລະ ພວກ​ນ້ອງ​ໄດ້​ມອບ​ເຂົ້າຕົ້ມ​ໃຫ້​ບັນດາ​ຜູ້​ທຸກ​ຍາກ​ດ້ວຍ​ຕົນ​ເອງ

ບັນດາການເຄື່ອນໄຫວອວຍພອນພັກ, ຊົມເຊີຍລະດູບານໃໝ່ - ảnh 2

ເອົາ​ໃຈ​ໃສ່​ກະກຽມບຸນ​ເຕັດ​ໃຫ້​ຜູ້​ທຸກ​ຍາກ

(ພາບ: sggp.org.vn)

  ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ​ໂຮ່ຈິ​ມິນ, ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ໄຊ​ງອນ​ເທືອງ​ຕິນ ​ໄດ້​ຈັດ​ວັນ​ບຸນ​ກຸສົນ​ລະດູບານ​ໃໝ່ ປີ​ມະ​ເສ​ງ 2013 ​ໃຫ້ຜູ້​ອາຍຸ​ສູງ​ທີ່ຢູ່​ໂດດ​ດ່ຽວ​ ​ແລະ ​ເດັກ​ກຳ​ພ້າ, ​ເດັກ​ພິການກ່ວາ 6000 ຄົນ ດ້ວຍ​ຈຳນວນ​ເງິນ​ກ່ວາ 4,5 ຕື້​ດົ່ງ. ຢູ່​ນະຄອນ​ດ່າ​ນັງ ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ຂ່ຳນັບ​ຮັບ​ຕ້ອນ 83 ປີ​ແຫ່ງ​ວັນ​ສ້າງຕັ້ງພັກ​ກອມ​ມູນິດ​ຫວຽດນາມ ສ່ວນ​ຢູ່​ແຂວງ​ບາກ​ລຽວ ​ໄດ້​ຈັດ​ພິ​ທີ​ເປີດ​ສະ​ຫລອງ​ແຜ່ນ​ສີ​ລາ​ຈາລຶກ​ເຫດການ​ແຂວນຄັນ​ທຸງ​ພັກ​​ເປັນຄັ້ງທຳ​ອິດ​ຢູ່​ແຂວງ​ບາກ​ລຽວ ນີ້ແມ່ນ​ເຫດການ​ທີ່​ໄດ້ສ້າງຊື່​ສຽງ​ກ້ອງ​ກັງວານ​ໃນ 83 ​ປີກ່ອນ, ປຸກລຸກ​ນ້ຳ​ໃຈ​ຮັກ​ຊາດ, ​ເພື່ອຊາດ​ຂອງ​ປະຊາຊົນ​ເພື່ອ​ລຸກ​ຮຶ້ນຂຶ້ນ​ຂັບ​ໄຫ່ລພວກ​ລ່າ​ເມືອງ​ຂຶ້ນ​ຜູ້​ຮຸກ​ຮານ.

ຕອບກັບ

ຂ່າວ/ບົດ​ອື່ນ