ບັນດາຄູ່ຕະຫຼາດຊາຍແດນຫວຽດນາມ-ຈີນສືບຕໍ່ເລື່ອນເວລາເປີດປະຕູ

(VOVWORLD) -ກະຊວງອຸດສາຫະກຳ ການຄ້າຫວຽດນາມ ໄດ້ແຈ້ງເຕືອນວ່າ ບໍ່ໃຫ້ນຳເອົາສິນຄ້າປະເພດຜະລິດຕະພັນກະເສດໄປຍັງເຂດຊາຍແດນຫວຽດນາມ - ຈີນ, ເວັ້ນເສຍການສົ່ງອອກຕາມໂຄຕາຂອງກະຊວງອຸດສາຫະກຳການຄ້າ.

ໃນຂະນະນັ້ນ, ອຳນາດການປົກຄອງແຂວງ ກວາງຊີ, ປະເທດຈີນ ໄດ້ຕົກລົງແກ່ຍາວເວລາປິດປະຕູບັນດາຕະຫຼາດຊາຍແດນ ແລະ ສືບຕໍ່ຢຸດຕິການເຄື່ອນໄຫວແລກປ່ຽນສິນຄ້າຂອງພົນລະເມືອງຢູ່ເຂດຊາຍແດນ, ເບື້ອງຕົ້ນແມ່ນຮອດທ້າຍເດືອນກຸມພາ 2020 ນີ້. ໃນຂະນະນັ້ນ, ອຳນາດການປົກຄອງແຂວງ ຢວຽນໜານ, ປະເທດຈີນ ຍັງບໍ່ທັນມີຂໍ້ມູນຂ່າວຢ່າງເປັນທາງການ, ແຕ່ຕໍ່ໜ້າສະພາບສັບສົນຂອງເຊື້ອພະຍາດ nCoV, ອຳນາດການປົກຄອງແຂວງ ຢວຽນໜານ ອາດຈະຍົກອອກຂໍ້ຕົກລົງທີ່ຄ້າຍຄືກັນ.

          ກະຊວງອຸດສາຫະກຳການຄ້າຫວຽດນາມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຊອກຫາຕະຫຼາດສົ່ງອອກໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ