ບັນດາຊີ້ນສ່ວນທີ່ຊອກເຫັນຢູ່Maldivesບໍ່ແມ່ນຂອງເຮືອບິນMH370

ບັນດາຊີ້ນສ່ວນທີ່ຊອກເຫັນຢູ່Maldivesບໍ່ແມ່ນຂອງເຮືອບິນMH370 - ảnh 1
(ພາບປະກອບ)

​​(vovworld) – ວັນ​ທີ 14/08, ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ, ບັນດາຊີ້ນ​ຊ່ວນທີ່ຊອກເຫັນ​ຢູ່ Maldives ມາຮອດ​ປະ​ຈຸ​ບັນ​ ບໍ່​ກ່ຽວ​ຂ້ອງ​ເຖິງ​ເຮືອ​ບິນ​ຖື​ກຫາຍສາບ​ສູນ MH 370 ຂອງ​ບໍລິສັດ​ການບິນ ມາ​ເລ​ເຊຍ​ແອ​ລາຍ. ຕາມທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ມາ​ເລ​ເຊຍ Liow Tiong Lai ​ແລ້ວ, ກຸ່ມ​ນັກ​ຊ່ຽວຊານ​ຂອງ​ປະ​ເທດ​ນີ້ ​ທີ່​ສົ່ງ​ໄປ​ເຖິງ Maldives ​ໄດ້​ຄົ້ນ​ຄວ້າ​ບັນ​ດາ​ຊີ້ນ​ຊ່ວນ ​ເຊິ່ງປະຊາຊົນ​ປະ​ເທດ​ນີ້ຊອກ​ເຫັນກ່ອນ​ນັ້ນ, ​ແຕ່​ບັນດາ​ຊີ້ນ​ຊ່ວນ​ນີ້ບໍ່​ກ່ຽວຂ້ອງ​ເຖິງ​ເຮືອບິນ MH 370 ​ແລະ ກໍ​ບໍ່​ແມ່ນ​​ວັດຖຸ​ເພື່ອ​ຜະລິດ​ເຮືອບິນ. ​ແຕ່​ວ່າ, ທ່ານ Liow Tiong Lai ​ໃຫ້​ຮູ້​ວ່າ, ບັນ​ດາ​ນັກ​ສືບສວນ​ຈະ​ສືບ​ຕໍ່​ພິຈາລະນາ​ຊີ້ນ​ຊ່ວນ​ທີ່​​ໄດ້ຊອກ​​ເຫັນ​ຢູ່ Maldives ​ເພື່ອ​ແນ​ໃສ່ຊອກ​ຫາ​ສິ່ງ​ທີ່​ກ່ຽວ​ຂ້ອງ​ເຖິງ​ເຮືອບິນ​ປະສົບ​ເຄາະ​ຮ້າຍ.

ຂ່າວ/ບົດ​ອື່ນ