(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ທ້ອງຖິ່ນຈົ່ງຮີບເຮັ່ງໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ຟື້ນຟູການຜະລິດ, ຮັບປະກັນຊີວິດໃຫ້ເປັນປົກກະຕິ.
(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ ເປັນປະທານກອງປະຊຸມ)
|
ວັນທີ 01 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ໄດ້ເປັນປະທານກອງປະຊຸມດ່ວນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວກັບສະພາບໄພທຳມະຊາດຢູ່ບັນດາແຂວງທາງພາກກາງ ຫວຽດນາມ ແລະ ມາດຕະການແກ້ໄຂ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ທ້ອງຖິ່ນຈົ່ງຮີບເຮັ່ງໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ຟື້ນຟູການຜະລິດ, ຮັບປະກັນຊີວິດໃຫ້ເປັນປົກກະຕິ.
“ໃນຊຸມມື້ຈະມາເຖິງຈະສືບຕໍ່ເກີດຝົນຕົກອີກ. ຍ້ອນເຫດນັ້ນ, ບັນດາສະຫາຍຕ້ອງໄປສຳຫຼວດທຸກເຂດທີ່ມີຄວາມສ່ຽງດິນເຊາະເຈື່ອນ, ສົ່ງຜົນາທ້ອນເຖິງຊີວິດອິນຊີຂອງປະຊາຊົນ. ບັນດາຄອບຄົວຢູ່ເຂດມີຄວາມສ່ຽງສູງນີ້ ພວກເຮົາຕ້ອງກ່າວເຕືອນ, ສ້າງແຜນການຍົກຍ້າຍປະຊາຊົນຢ່າງທັນການ”
ໄລ່ຮອດເວລາ 17 ໂມງຂອງວັນທີ 01 ເມສາ, ຝົນຕົກ, ນ້ຳຖ້ວມ, ລົມແຮງຜິດປົກກະຕິໄດ້ເກີດຂຶ້ນໃນບໍລິເວນກວ້າງ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ຜູ້ຫາຍສາບສູນ 1 ຄົນ ແລະ ກໍ່ຄວາມເສຍຫາຍທາງດ້ານເຮືອນຊານຂອງປະຊາຊົນ, ກ່ຳປັ່ນ ແລະ ປາກະຊັງລ້ຽງປາ, ປູກສິນໃນນ້ຳເປັນຈຳນວນຫຼາຍຢູ່ເຂດພາກກາງ.
ຕອນບ່າຍວັນທີ 01 ເມສາ, ຄະນະປະຕິບັດງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ໂດຍທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫງວຽນຮ່ວາງຮຽບ ນຳໜ້າ, ໄດ້ໄປຮອດພາກກາງ ເພື່ອຊີ້ນຳວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະ ຮັບມືກັບອາກາດປັນປ່ວງຜິດປົກກະຕິໃນຊຸມມື້ຈະມາເຖິງ.