ບັນດາທ້ອງຖິ່ນພາກກາງ ຫວຽດນາມ ສືບຕໍ່ຮັບມືກັບສະພາບນຳຖ້ວມ

ບັນດາທ້ອງຖິ່ນພາກກາງ ຫວຽດນາມ ສືບຕໍ່ຮັບມືກັບສະພາບນຳຖ້ວມ - ảnh 1
ພາບປະກອບ: internet

 (vovworld) - ຕອນ​ຄຳ່​ວັນ​ທີ 6/10, ​ພະຍຸ Gaemi ​ໄດ້​ຫັນເປັນ​ຄວາມດັນ​ອາກາດ​ຕຳ່ ​ແລະ ເກີດ​ຝົນຕົ​ກຫນັກ ຢູ່​ເຂດ​ພູດ​ອຍ, ລົມພັດແຮງຢູ່ບໍລິ​ເວນ​ແຄມ​ທະ​​ເລ. ບັນດາ​ທ້ອງ​ຖິ່ນ​ຢູ່ພາກ​ກາງ ຫວຽດນາມ ສືບ​ຕໍ່​ຮັບ​ມື​ກັບ​ສະພາບ​ຝົນ​ຕົກ​ນ້ຳ​ຖ້ວມ.​ ​ ​ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸນ້ຳ​ຖ້ວ​ມ​ແຂວງ Quang Ngai, ຮຽກຮ້ອງ​ໃຫ້​ບັນດາ​ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ບັນດາ​ຫນອງ​ເກັບ​ນ້ຳ ​ແລະ ກິດຈະກຳ​ຊົນ​ລະ​ປະທານ. ຕອນ​ຄຳ່​ວັນດຽວ​ກັນ, ທ່ານ       Cao Duc Phat ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ, ຫົວຫນ້າຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳ​ຖ້ວມສູນ​ກາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ໄດ້​ໄປ​ກວດກາ​ວຽກ​ງານ​ຮັບ​ມື​ກັບ​ຝົນຕົກ ​ແລະ ພະຍຸ ຢູ່​ເທດສະບານ Song Cau ​ແຂວງ Phu Yen . ທີ່​ການ​ເຮັດ​ວຽກ​ກັບ​ບັນດາ​ຂະ​ແຫນງ​ການ​ກ່ຽວ​ຂອງ​ຢູ່​ແຂວງ Phu Yen, ທ່ານ​ Cao Duc Phat ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາຊົນນະບົດ ໄດ້​ຕີ​ລາຄາ​ສູງ​ຈິດ​ໃຈ​ເປັນ​ເຈົ້າ​ການ​ຂອງ​ແຂວງ Phu Yen ​ໃນ​ການ​ຮັບ​ມື​ກັບ​ພະຍຸ ​ແລະ ​ແຈ້ງ​ໃຫ້​ປະຊາຊົນ​ຢູ່​ແຂວງ Phu Yen ຮັບ​ຊາບ​ກ່ຽວ​ກັບ​ສະພາບ​ຂອງ​ພະຍຸ​ປະຈຸ​ບັນ​ໄດ້​ຫັນ​ເປັນ​ຄວາມ​ດັນອາກາດ​ຕຳ່.

ຂ່າວ/ບົດ​ອື່ນ