ບັນດານັກວິທະຍາສາດ ຫວຽດນາມ - ອົດສະຕາລີຮ່ວມມືປະດິດສ້າງໃນໄລຍະເກີດໂລກລະບາດ Covid – 19
(VOVWORLD) -ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຈາກບັນດາຄຳສັ່ງຈຳກັດການເດີນທາງໄປມາໃນໄລຍະເກີດໂລກລະບາດ Covid – 19, ບັນດານັກວິທະຍາສາດ ຂອງມະຫາວິທະຍາໄລ ເຕັກໂນໂລຢີ Sydney (UTS, ອົດສະຕາລີ) ແລະ ບັນດາມະຫາວິທະຍາໄລຄູ່ຮ່ວມມືຢູ່ຫວຽດນາມ ຍັງຊອກຫາວິທີການໃໝ່ໃຫ້ແກ່ການຜັນຂະຫຍາຍໂຄງການຮ່ວມມືລະຫວ່າງສອງຝ່າຍ ຢູ່ຫວຽດນາມ.
ລະບົບຕິດຕາມສິ່ງແວດລ້ອມນ້ຳທະເລທີ່ນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າຢູ່ຟູອຽນ (ພາບ: UTS Rapido ຫວຽດນາມ) |
ໂຄງການ UTS Rapido ຫວຽດນາມ: “ອຸດສາຫະກຳ 4.0 ໃຫ້ແກ່ບັນດາລະບົບນ້ຳແບບຍືນຍົງ” ນອນໃນຂອບເຂດໂຄງການປ່ຽນແປງໃໝ່ປະດິດຄິດສ້າງ Aus4Innovation (ໂຄງການປ່ຽນແປງໃໝ່ຮ່ວມມືປະດິດຄິດສ້າງ ລະຫວ່າງ ອົດສະຕາລີ ແລະ ຫວຽດນາມ) ໂດຍລັດຖະບານ ອົດສະຕາລີອຸປະຖຳ ເພື່ອແນໃສ່ ຕິດຕັ້ງອຸປະກອນໃຫ້ບັນດາມະຫາວິທະຍາໄລ ແລະ ອົງການຄົ້ນຄ້ວາຂອງຫວຽດນາມ ເພື່ອເສີມຂະຫຍາຍກຳລັງຄວາມສາມາດໃນການຄົ້ນຄ້ວາ, ສ້າງບັນດາຮູບແບບທີ່ເໝາະສົມ ແລະ ສ້າງບັນດາເຕັກໂນໂລຢີປະດິດສ້າງທີ່ສຳຜັດໄດ້ງ່າຍໃຫ້ແກ່ພື້ນຖານເສດຖະກິດ, ເປັນຕົ້ນແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ.