ບັນ​ດາ​ບຸກ​ຄົນ, ໝູ່​ຄ​ະ​ນະ​​ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ສະ​ໜັບ​ສະ​ໜູນ​ການ​ປ​້ອງ​ກັນ, ສະ​ກັດ​ກັ​້ນ​ໂລກ​ລະ​ບາດ Covid – 19

(VOVWORLD) -ໄລ່ຮອດວັນທີ 1 ເມສາ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຮັບເງິນບໍລິຈາກແລະຈົດທະບຽນບໍລິຈາກເຊິ່ງມີມູນຄ່າທັງໝົດເກືອບ 700 ຕື້ດົ່ງ. 
ບັນ​ດາ​ບຸກ​ຄົນ, ໝູ່​ຄ​ະ​ນະ​​ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ສະ​ໜັບ​ສະ​ໜູນ​ການ​ປ​້ອງ​ກັນ, ສະ​ກັດ​ກັ​້ນ​ໂລກ​ລະ​ບາດ Covid – 19 - ảnh 1

ຜູ້ຕາງໜ້າກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮຈີມິນຮັບເງິນບໍລິຈາກຂອງບັນດາຫົວໜ່ວຍ, ບຸກຄົນ (ພາບ: TTXVN)

ທ່ານຫງວຽນຮຶວຢຸງຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໃຫ້ຮູ້ວ່າ: ດ້ວຍພາລະໜ້າທີ່ຢ່າງໜັກໜ່ວງແມ່ນບ່ອນຮັບເງິນບໍລິຈາກ, ຮັບວັດຖຸສິ່ງຂອງຊ່ວຍເຫຼືອໄດ້ມີສຳນັກງານ, ອົງການຈັດຕັ້ງ, ກຸ່ມບໍລິສັດ, ວິສາຫະກິດຫຼ່າຍແຫ່ງແລະຜູ້ໃຈບຸນໃຈກຸສົນຫຼາຍຄົນໄດ້ມາສຳນັກງານແນວໂຮມປະເທດຊາດຫວຽດນາມ ເພື່ອຮ່ວມແຮງຮ່ວມໃຈສະໜັບສະໜູນບໍລິຈາກ. ທ່ານຫງວຽນຮຶວຢຸງໃຫ້ຄຳໝັ້ນສັນຍາວ່າ, ຈຳນວນເງິນທັງໝົດທີ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຮັບຈະໄດ້ສົ່ງເຖິງກະຊວງສາທາລະນະສຸກເພື່ອຊື້ອຸປະກອນຮັບໃຊ້ໃຫ້ແກ່ການປິ່ນປົວກໍ່ຄືສົ່ງ, ແຈກຢາຍໂດຍກົງໃຫ້ເຂດແຍກຕົວໃນທົ່ວປະເທດ. ຄຽງຄູ່ກັນນັ້ນ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຈະຫັກເອົາເງິນສ່ວນໜຶ່ງເພື່ອໜູນຊ່ວຍໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກທີ່ໄດ້ຮັບຜົນສະທ້ອນຍ້ອນເສດຖະກິດໃນຊ່ວງເວລາທີ່ແຍກຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ