(VOVWORLD) -ບັນດາປະເທດກໍ່ມົນລະພິດຫຼາຍຄື ຈີນ ແລະ ອິນເດຍ ຍັງຄົງຮັກສານະໂຍບາຍຂອງເຂົາເຈົ້າ ແລະ ບໍ່ບັນລຸຄວາມຄືບໜ້າຫຼາຍ ນັບແຕ່ພາຍຫຼັງກອງປະຊຸມລັດຖະມົນຕີພະລັງງານ ແລະ ສິ່ງແວດລ້ອມ G20 ທີ່ດຳເນີນຢູ່ Napoli ເພື່ອເດືອນ ກໍລະກົດ.
(ພາບປະກອບ: AFP/TTXVN)
|
ບັນດາປະເທດໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ພວມມີທັດສະນະແຕກຕ່າງກັນກ່ຽວກັບເລື່ອງຄ່ອຍໆຫຼຸດຜ່ອນການນຳໃຊ້ຖ່ານຫີນ ແລະ ໃຫ້ຄຳໝັ້ນສັນຍາຈຳກັດການເພີ່ມອຸ່ນຫະພູມໜ່ວຍໂລກຢູ່ໃນລະດັບ 1,5 ອົງສາ C, ໃນສະພາບບັນດາຝ່າຍພວມກະກຽມໃຫ້ແກ່ກອງປະຊຸມສຸດຍອດ G20 ເຊິ່ງຄາດວ່າຈະດຳເນີນຢູ່ນະຄອນຫຼວງ ໂຣມ, ປະເທດອີຕາລີ ໃນອາທິດຈະມາເຖິງ.
ບັນດາປະເທດກໍ່ມົນລະພິດຫຼາຍຄື ຈີນ ແລະ ອິນເດຍ ຍັງຄົງຮັກສານະໂຍບາຍຂອງເຂົາເຈົ້າ ແລະ ບໍ່ບັນລຸຄວາມຄືບໜ້າຫຼາຍ ນັບແຕ່ພາຍຫຼັງກອງປະຊຸມລັດຖະມົນຕີພະລັງງານ ແລະ ສິ່ງແວດລ້ອມ G20 ທີ່ດຳເນີນຢູ່ Napoli ເພື່ອເດືອນ ກໍລະກົດ. ຕາມແຫຼ່ງຂ່າວໜຶ່ງ, ຍາກທີ່ຈະບັນລຸໄດ້ບໍ່ວ່າການເຈລະຈາໃດກ່ອນທີ່ຜູ້ໃຫ້ຄຳປຶກສາກ່ຽວກັບບັນຫາດິນຟ້າອາກາດຂອງລັດຖະບານບັນດາປະເທດ G20 ຈະດຳເນີນການປຶກສາຫາລືໂດຍກົງໃນລະຫວ່າງວັນທີ 28-29 ຕຸລາ, ກ່ອນທີ່ຈະດຳເນີນກອງປະຊຸມສຸດຍອດ G20 ພຽງແຕ່ 2 ວັນເທົ່ານັ້ນ.
ຄາດວ່າ, ເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຈະແມ່ນບັນຫາຈຸດສຸມທີ່ກອງປະຊຸມສຸດຍອດ G20 ຈະມາເຖິງ.