ບັນດາປະເທດ ອາຣັບ ລາຍງານກັບ WTO ກ່ຽວກັບມາດຕະການລົງໂທດ ກາຕາ

(VOVWORLD) - ໃນຖະແຫຼງການຮ່ວມທີ່ໄດ້ຮັບການສະເໜີທີ່ກອງປະຊຸມ, ຣັບບິ ຊາອຸດິ, ສະຫະລັດ ອາຣັບ ເອມີເຣັດ (UAE), ບາເຣັນ ແລະ ອີຢິບ ຢັ້ງຢືນວ່າທຸກໆມາດຕະການຂອງເຂົາເຈົ້າລ້ວນແຕ່ເໝາະສົມກັບບັນດາລະບົບຂໍ້ກຳນົດຂອງ WTOການກະທຳນີ້ຖືກດຳເນີນໄປຢູ່ນອກສະພາການຄ້າສິນຄ້າຂອງ WTO, ຈັດຕັ້ງຢູ່ ເຊີແນວ (ປະເທດສະວິດ). 

ບັນດາປະເທດ ອາຣັບ ລາຍງານກັບ WTO ກ່ຽວກັບມາດຕະການລົງໂທດ ກາຕາ - ảnh 1ບັນດາລັດຖະມົນຕີການຕ່າງປະເທດ ສະພາຮ່ວມມືເຂດອ່າວເບີເຊຍ ເຂົ້າຮ່ວມກອງປະຊຸມ

(ພາບ: AFP/TTXVN)

ວັນທີ 30 ມິຖຸນາ, 4 ປະເທດ ອາຣັບ ແລະ ເຂດອ່າວເບີເຊຍ ແມ່ນ ອາຣັບບິ ຊາອຸດິ, ສະຫະລັດ ອາຣັບ ເອມີເຣັດ (UAE), ບາເຣັນ ແລະ ອີຢິບ ໄດ້ແຈ້ງໃຫ້ອົງການການຄ້າໂລກ (WTO) ຊາບກ່ຽວກັບລັກສະນະຖືກຕ້ອງຕາມກົດໝາຍຂອງເລື່ອງຕັດການພົວພັນທາງການທູດ ແລະ ການພົວພັນສະຖານກົງສູນກັບ ກາຕາ, ຢືນຢັນວ່າ ການກະທຳນີ້ອີງໃສ່ເລື່ອງປະຕິບັດບັນດາສິດອະທິປະໄຕ ໄດ້ຮັບປະກັນຍ້ອນກົດໝາຍສາກົນ ກໍ່ຄືປົກປ້ອງຄວາມໝັ້ນຄົງແຫ່ງຊາດຂອງບັນດາປະເທດນີ້. ການກະທຳນີ້ຖືກດຳເນີນໄປຢູ່ນອກສະພາການຄ້າສິນຄ້າຂອງ WTO, ຈັດຕັ້ງຢູ່ ເຊີແນວ (ປະເທດສະວິດ). ໃນຖະແຫຼງການຮ່ວມທີ່ໄດ້ຮັບການສະເໜີທີ່ກອງປະຊຸມ, ຣັບບິ ຊາອຸດິ, ສະຫະລັດ ອາຣັບ ເອມີເຣັດ (UAE), ບາເຣັນ ແລະ ອີຢິບ ຢັ້ງຢືນວ່າທຸກໆມາດຕະການຂອງເຂົາເຈົ້າລ້ວນແຕ່ເໝາະສົມກັບບັນດາລະບົບຂໍ້ກຳນົດຂອງ WTO, ຕາມນັ້ນແລ້ວອະນຸຍາດໃຫ້ບັນດາປະເທດສະມາຊິກມີການກະທຳເພື່ອແນໃສ່ຕ້ານຄືນບໍ່ວ່າປະເທດໃດໆ ທີ່ກໍ່ຄວາມເສຍຫາຍເຖິງຄວາມໝັ້ນຄົງ, ສະຖຽນລະພາບ, ອະທິປະໄຕຂອງບັນດາປະເທດນັ້ນ ຕາມມາດຕາ 21 ຂອງສັນຍາຮ່ວມກ່ຽວກັບການຄ້າສິນຄ້າ. ມາດຕາ 21 ຂອງສັນຍາຮ່ວມກ່ຽວກັບການຄ້າສິນຄ້າ ຂອງ WTO ກຳນົດວ່າ ໃນກໍລະນີຮີບດ່ວນກ່ຽວຂ້ອງເຖິງການພົວພັນສາກົນ, ສັນຍາອະນຸຍາດໃຫ້ບັນດາປະເທດສະມາຊິກໄດ້ດຳເນີນບັນດາມາດຕະການເຊິ່ງເຂົາເຈົ້າຖືວ່າຈຳເປັນ ເພື່ອປົກປ້ອງຜົນປະໂຫຍດ ແລະ ຄວາມໝັ້ນຄົງແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ