ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
|
(vovworld)- ວັນທີ 16/12, ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມ ກຸ່ມປະຕິບັດງານ ຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງຄັ້ງທີ 8 ແລະ ກອງປະຊຸມບັນດາເພື່ອນມິດຂອງ ກຸ່ມປະຕິບັດງານເຂດ ລຸ່ມແມ່ນ້ຳຂອງ ຄັ້ງທີ1. ໃນ 2 ມື້ດຳເນີນກອງປະຊຸມ, ບັນດາຜູ້ແທນມາຈາກ ບັນດາປະເທດ ສະມາຊິກ ເຂດລຸ່ມແມ່ນ້ຳຂອງ ຄື ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ພ້ອມກັບ ບັນດາປະເທດຂຶ້ນກັບກຸ່ມບັນດາເພື່ອນມິດຂອງ ເຂດຂໍ້ລິເລີ່ມລຸ່ມແມ່ນ້ຳຂອງ ຄື: ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ ພ້ອມກັບຄະນະກຳມະການເອີລົບ, ຜູ້ຕາງຫນ້າ ຄະນະເລຂາ ອາຊຽນ ແລະ ຫນ່ວຍຜູ້ຊ່ຽວຊານ ໃຫ້ຄຳປຶກສາ ໄດ້ປຶກສາຫາລືແຜນການຜັນຂະຫຍາຍການກະທຳຂໍ້ລິເລີ່ມລຸ່ມແມ່ນ້ຳຂອງ ໄລຍະ 2016-2020. ບັນດາຜູ້ແທນໄດ້ປຶກສາຫາລືການກຳນົດທິດ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງ ຂໍ້ລິເລີມລຸ່ມແມ່ນ້ຳຂອງ ກໍຄື ປຶກສາຫາລືກ່ຽວກັບວິທີການສົມທົບກັບກຸ່ມບັນດາເພື່ອນມິດໃນການຜັນຂະຫຍາຍບັນດາໂຄງການຂອງຂໍ້ລິເລີ່ມລຸ່ມແມ່ນ້ຳຂອງ, ຊ່ວຍແກ້ໄຂສິ່ງທ້າທາຍໃນການບັນລຸຄວາມດຸ່ນດ່ຽງລະຫວ່າງ ຄວາມປອດໄພແຫລ່ງນ້ຳ, ຄວາມປອດໄພພະລັງງານ ແລະ ຄ້ຳປະກັນສະບຽງອາຫານ, ການລະດົມແຫລ່ງກຳລັງ. ທີ່ການປະຊຸມ, ບັນດາຝ່າຍ ລ້ວນແຕ່ສະແດງໃຫ້ເຫັນຄຳໝັ້ນສັນຍາເພື່ອການພັດທະນາຈະເລີນຮຸ່ງເຮືອງ ແລະ ພັດທະນາແບບຍືນຍົງຂອງພາກພື້ນແມ່ນ້ຳຂອງ.