ບັນດາປະເທດສືບຕໍ່ມີປະຕິກິລິຍາພາຍຫຼັງມະຕິຂອງສປຊກ່ຽວກັບ ຊີຣີ ຖືກປະຕິເສດ

ບັນດາປະເທດສືບຕໍ່ມີປະຕິກິລິຍາພາຍຫຼັງມະຕິຂອງສປຊກ່ຽວກັບ ຊີຣີ ຖືກປະຕິເສດ - ảnh 1
( http://baodatviet.vn )

( vovworld.vn )   ວັນ​ທີ 6 ກຸມພາ, ລັດ​ເຊຍ ອອກສຽງ​ຄັດຄ້ານ​ຕໍ່ທ່າ​ທີຂອງ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກກ່ຽວ​ກັບ​ຂ້ໍຕົກລົງ​ຂອງ​ ລັດ​ເຊຍ ທີ່ຢັບຢັ້ງ​ຮ່າງ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຊີຣີ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ຊີ້​ແຈງ​ບັນດາ​ຄຳ​ວິຈານ​ເຊິ່ງຝ່າຍ​ຕາ​ເວັນ​ຕົກ​ໄດ້​ຍົກ​ອອກ​ມາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ລົງ​ຄະ​ແນນ​ສຽງ​ຢູ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຕໍ່ຮ່າງ​ມະຕິ​ກ່ຽວ​ກັບ ຊີຣີ​ ແມ່ນຍາບ​ຄາຍ ແລະ “ ມີ​ລັດ​ສະ​ນະ​ກະຕຸກ​ຊຸກຍູ້ ”. ທ່ານ Lavrov ​ໄດ້​ຢືນຢັນ​​ຫຼັກໝັ້ນຂອງ ລັດ​ເຊຍ​ ຄືນ​ໃໝ່ວ່າ ​ເລື່ອງ​ຖິ້ມ​ໂທດ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ຊີຣີ ​ໃຫ້​ແກ່ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ​ Bashar Assad ​ແມ່ນ​ຜິດພາດ, ພ້ອມ​ກັນ​ນັ້ນ​ກໍ່​ຖະ​ແຫຼ​ງວ່າ​ຮ່າງ​ມະຕິ​ຄວນ​ເຕື້ອງ​ເຖິງ​ຝ່າຍ​ຄ້ານອີກ​ດ້ວຍ.

ໃນ​ຄະນະ​ນັ້ນ, ຟລັ່ງ ​ແລະ ​ເຢຍລະ​ມັນ ​ຖະ​ແຫຼ​ງປະສິ​ເສດການຍົກ​ເລີດ​ຮ່າງ​ມະຕິ​ກ່ຽວ​ກັບ ຊີຣີ. ທ່ານ​ປະທານາທິບໍດີ​ ຟລັ່ງ Nicolas Sarkozy ​ໃຫ້​ຮູ້​ວ່າ ທ່ານ​ຈະກະຕຸກຊຸກຍູ້ທ່ານ​ປະທານາທິບໍດີ ລັດ​ເຊຍ Dmitry Medvedev ປຶກສາ​ຫາລື​ກ່ຽວ​ກັບ​ປະຕິ​ກະລິຍາ​ຂອງ​ປະຊາ​ຄົມ​ໂລກ​ສຳລັບ​ບັນຫາ ຊີຣີ. ທ່ານ​ນາງນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ຍອມຮັບ​ວ່າ ​ເຢຍລະ​ມັນ​ ບໍ່​ພຽງ​ແຕ່​​ຜິດຫວັງ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ວິຕົກ​ກັງ​ວົນ​ເພາະ​ຮ່າງ​ມະຕິ​ບໍ່​ໄດ້​ຮັບ​ການອະນຸມັດ​ຜ່ານ. ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ສະຫະ​ປະຊາ​ຊາດ Susan Rice ​ໃຫ້​ຮູ້​ວ່າ ໝາກຜົນ​ຂອງ​ການ​ປ່ອນ​ບັດມີ​ໄພທີ່​ຈະ​ທຳລາຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ວິ​ກິດ​ການ​ຢູ່ ຊີຣີ ດ້ວຍ​ສັນຕິວິທີ. ອັງກິດ​ໄດ້​ຖະ​ແຫຼ​ງວ່າ ຈະ​ຊອກ​ຫາ​ບັນດາ​ມາດ​ຕະການ​ໃໝ່​ເພື່ອ​ກໍ່ກຳລັງດັນ​ຕໍ່ ຊີຣີ, ພ້ອມ​ກັນ​ນັ້ນ​ກໍ່​ຮຽກ​ຮ້ອງ​ໃຫ້ ລັດ​ຊຍ ​ແລະ ຈີນ ພິຈາ​ລະນາ​ຂໍ້​ຕົກລົງ​ຂອງ​ຕົນຄືນ​ໃໝ່.

ຂ່າວ/ບົດ​ອື່ນ