ບັນດາປະເທດອາຊຽນ ໃຫ້ຄຳໝັ້ນສັນຍາ ຮັບປະກັນການສຶກສາໃຫ້ມີຄຸນນະພາບ

ບັນດາປະເທດອາຊຽນ ໃຫ້ຄຳໝັ້ນສັນຍາ ຮັບປະກັນການສຶກສາໃຫ້ມີຄຸນນະພາບ - ảnh 1
(ພາບປະກອບ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 11 – 13 ຕຸລາ, ສະພາສຶກສາບັນດາ​ປະ​ເທດ​ອາ​ຊຽນ (ACT) ​ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 29 ຢູ່​ນະຄ​ອນຫຼວງ Kuala Lumpur, ປະ​ເທດ​ມາ​ເລ​ເຊຍ, ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນປະມານ​ 900 ທ່ານ ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ສ.​ເກົາຫຼີ. ສະພາ​ໄດ້​ຮັບຮອງ​ເອົາ 4 ມະຕິ, ​ເນັ້ນ​ໜັກ​ເຖິງ​ບົດບາດ​ວິຊາ​ການ​ຮັບປະກັນ​ພື້ນຖານ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ, ມຸ່ງ​ໄປ​​ເຖິງ​ຈຸດໝາຍ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ​ກອງ​ປະ​ຊຸມ, ປະທານ​ສຳພັນ​ທະ​ມິດ​ບັນດາ​ປະ​ເທດ​ສອນ​ວິຊາ​ຊີບ (NUTP), ທ່ານ Hashim Adnan ​ໃຫ້​ຮູ້​ວ່າ ຕ້ອງ​ມີ​ພື້ນຖານການ​ສຶກສາ​ທີ່​ມີ​ຄຸນ​ນະພາບ ຜ່ານການບຳລຸງ​ສ້າງ ​ແລະ ພັດທະນາ​ວິຊາ​ການ​ຢ່າງ​ລ້ຽນ​ຕິດ​ໃຫ້​ຄູ​ອາຈານ.

ຂ່າວ/ບົດ​ອື່ນ