ວັນທີ 18 ມັງກອນ, ບັນດານັກການທູດສະຫະພາບເອີລົບ ( ອີຢູ ) ໃຫ້ຮູ້ວ່າ, ບັນດາລັດຖະມົນຕີ ອີຢູ ຈະຈັດວາງບັນດາມາດຕະການລົງໂທດໃໝ່ຕ້ານ ຊີຮີ ໃນອາທິດທີ່ຈະມາເຖິງດ້ວຍການບັນທຶກ 22 ສ່ວນບຸກຄົນ ແລະ 8 ບໍລິສັດເຂົ້າໃນບັນຊີລາຍຊື່ດຳປະຈຸບັນ. ບັນດາການລົງໂທດໃໝ່ຈະຖືກລັດຖະມົນຕີ ອີຢູ ຫຼາຍທານປະກາດຢູ່ທີ່ກອງປະຊຸມໃນວັນທີ 23 ມັງກອນ ທີ່ຈະມາເຖິງຢູ່ Brussels, ອີຢູ ໄດ້ຈັດວາງ10ມາດຕະການລົງໂທດ ຕ້ານລັດຖະບານຂອງທ່ານປະທານາທິບໍດີ Bashar Al Assad, ເຊິ່ງຕານນັ້ນແລ້ວ, 120 ສວ່ນບຸກຄົນ ແລະ ບໍລິສັດຖືກ ອີຢູ ນຳເຂົ້າບັນຊີລາຍຊື່ປິດລ້ອມຊັບສົມບັດ ແລະ ຫ້າມເຄື່ອນໄຫວໄປມາ. ອີຢູ ກໍ່ພວມປະຕິບັດຄຳສັ່ງຂວຳ້ບາດອາວຸດ ແລະ ຫ້າມນຳເຂົ້ານ້ຳມັນດິບຂອງ ຊີຮີ. ແຕ່ວ່າຊື່ຂອງບັນດາສ່ວນບຸກຄົນ ແລະ ບໍລິສັດ ຫາກໍ່ຖືກນຳເຂົ້າບັນຊີລາຍຊື່ດຳຄັ້ງໃໝ່ຍັງບໍ່ທັນໄດ້ຣັບການເປີດເຜີຍ.