ບັນດາວິສາຫະກິດຢາງພາລາຫວຽດນາມເຄື່ອນໄຫວຢ່າງມີປະສິດທິຜົນຢູ່ກຳປູເຈຍ
ພິທີຕັດແທບຜ້າເປີດສະຫຼອງໂຮງງານຜະລິດຢາງພາລະ
(ພາບ: Vietnam+)
(vovworld) – ຕອນເຊົ້າວັນທີ 26/08, ຢູ່ແຂວງ Kampong Thom, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Yim Chhay Ly ແລະ ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ກາວດຶກຟາດ ໄດ້ເປັນປະທານພິທີຂຸດຄົ້ນຢາງພາລະເປັນຄັ້ງທຳອິດ ແລະ ຕັດແທບຜ້າເປີດສະຫຼອງໂຮງງານຜະລິດຢາງພາລະຂອງບໍລິສັດ ເຕີນບຽນ Kampong Thom, ບໍລິສັດສະມາຊິກຂອງກຸ່ມບໍລິສັດອຸດສາຫະກຳຢາງພາລາຫວຽດນາມ (VRG) ຢູ່ກຳປູເຈຍ. ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ກຳປຸເຈຍ Yim Chhay Ly ໄດ້ຕີລາຄາສູງໂຄງການປູກຢາງພາລາຂອງບັນດາວິສາຫະກິດຫວຽດນາມ ຢູ່ກຳປູເຈຍ ເຊິ່ງໄດ້ປະກອບສ່ວນຊຸຸກຍູ້ການພັດທະນາເສດຖະກິດ, ສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖີ່ນ.
ທ່ານລັດຖະມົນຕີ ກາວດຶກຟາດ ໄດ້ຢືນຢັນຄືນໃໝ່ວ່າ: ລັດຖະບານຫວຽດນາມ ມີແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືຮອບດ້ານກັບກຳປູເຈຍ ໃນທຸກຂົງເຂດ, ໃນນັ້ນມີຂົງເຂດກະສິກຳ.