ບັນດາວາລະປຶກສາຫາລືໃນຂອບເຂດ WEF ASEAN 2018

(VOVWORLD) - ພ້ອມກັນນັ້ນ, ບັນດາຜູ້ແທນກໍ່ປຶກສາຫາລືມາດຕະການຕ້ານການສໍ້ລາດບັງຫລວງໃນການປະຕິວັດອຸດສາຫະກຳ 4.0, ເຕື້ອງເຖິງບັນດາບັນຫາທີ່ກ່ຽວຂ້ອງເຖິງລະບົບສາທາລະນະສຸກ ອາຊຽນ
ບັນດາວາລະປຶກສາຫາລືໃນຂອບເຂດ WEF ASEAN 2018 - ảnh 1ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນໃນວາລະປຶກສາຫາລື ອະນາຄົດວຽກເຮັດງານທຳໃນ ອາຊຽນ”

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ 2018 (WEF ASEAN 2018), ວັນທີ 13 ກັນຍາ ແມ່ນວັນເຮັດວຽກສຸດທ້າຍ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາຫົວຂໍ້ກາລະໂອກາດຕະຫລາດດີຈີຕອນ, ປ່ຽນແປງທ່າອ່ຽງນຳໃຊ້ຂີ້ເຫຍື້ອເປັນຢາງ…ພ້ອມກັນນັ້ນ, ບັນດາຜູ້ແທນກໍ່ປຶກສາຫາລືມາດຕະການຕ້ານການສໍ້ລາດບັງຫລວງໃນການປະຕິວັດອຸດສາຫະກຳ 4.0, ເຕື້ອງເຖິງບັນດາບັນຫາທີ່ກ່ຽວຂ້ອງເຖິງລະບົບສາທາລະນະສຸກ ອາຊຽນ, ພິເສດວາລະປຶກສາຫາລືກ່ຽວກັບແງ່ຫວັງດ້ານພູມສາດ - ການເມືອງ ອາຊີ ໂດຍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ແລະ ວາລະປຶກສາຫາລືຫົວເລື່ອງສະເພາະ “ອະນາຄົດວຽກເຮັດງານທຳໃນ ອາຊຽນ” ດ້ວຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ.

        ທີ່ວາລະປຶກສາຫາລືຫົວຂໍ້ “ແງ່ຫວັງດ້ານພູມສາດ - ການເມືອງ ອາຊີ” ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ຊີ້ແຈ້ງວ່າ:

        “ວັນທີ 12 ກັນຍາ ພວກເຮົາໄດ້ເວົ້າເຖິງບັນດາກາລະໂອກາດຫຼາຍຢ່າງເຊິ່ງການປະຕິວັດອຸດສາຫະກຳ 4.0 ນຳມາໃຫ້, ສິ່ງດັ່ງກ່າວບໍ່ສາມາດປະຕິເສດໄດ້. ຖ້າຫາກປະເທດໃດ ບໍ່ຮັບຮູ້ໄດ້ກາລະໂອກາດນີ້ ອາດຈະຖືກປະໄວ້ຢູ່ທາງຫລັງ. ຄວາມແຕກໂຕນຂອງການພັດທະນາ, ການຂາດຄວາມສະເໝີພາບໄດ້ເພີ່ມຂຶ້ນໃນແຕ່ລະພື້ນຖານເສດຖະກິດ ແລະ ລະຫວ່າງບັນດາພື້ນຖານເສດຖະກິດ; ບັນຫາອຶດຫິວທຸກຍາກ, ຫັນເປັນຕົວເມືອງ, ບັນດາການກະທົບທີ່ບໍ່ເຄີຍມີມາກ່ອນຈາກການປ່ຽນແປງຂອງດິນຟ້າອາກາດ, ສະພາບແວດລ້ອມຖືກມົນລະພິດ. ທັງໝົດເຫຼົ່ານັ້ນພວມແມ່ນບັນດາສິ່ງທ້າທາຍໃຫຍ່ໃຫ້ແກ່ພາກພື້ນ ອາຊີ.

ແລະກໍ່ໃນວັນດຽວກັນ, ເມື່ອເຂົ້າຮ່ວມວາລະປຶກສາຫາລື “ອະນາຄົດຂອງວຽກເຮັດງານທຳໃນອາຊຽນ”, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ ໂລກພວມກ້າວເຂົ້າສູ່ການປະຕິວັດ ອຸດສາຫະກຳ 4.0, ທ່າອ່ຽງກ່ຽວກັບແຮງງານໃນໂລກມີການປ່ຽນແປງຫຼາຍຢ່າງ, ຫຼາຍອາຊີບ, ຫຼາຍຮູບການອອກແຮງງານໃໝ່ຈະແທນໃຫ້ບັນດາຂະແໜງອາຊີບດ້ວຍວິທີການອອກແຮງງານແບບເກົ່າ. ກ່າວຄຳເຫັນທີ່ວາລະປືກສາຫາລື, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຖືວ່າ:

        “ຢູ່ຫວຽດນາມ, ໂດຍສະເພາະແມ່ນຊາວໜຸ່ມ ຫວຽດນາມ ມີຄວາມປະເອີບໃຈທີ່ສຸດຕໍ່ອະນາຄົດຂອງການປະຕິວັດອຸດສາຫະກຳ 4.0, ແນ່ນອນວ່າຕ້ອງມີສິ່ງທ້າທາຍຫຼາຍຢ່າງ. ການປະຕິວັດອຸດສາຫະກຳ 4.0 ນຳມາເຊິ່ງກາລະໂອກາດຫຼາຍຢ່າງນັບທັງຜູ້ອາຍຸສູງ ແລະ ພວກເຮົາຕ້ອງກຳແໜ້ນກາລະໂອກາດດັ່ງກ່າວນີ້, ຄວນຍູ້ແຮງການຮ່ຳຮຽນຕະຫຼອດຊີວິດ.”

ຕອບກັບ

ຂ່າວ/ບົດ​ອື່ນ