ບັນດາສະມາຊິກສະພາແຫ່ງຊາດອາເມລິກາ ຕີລາຄາສູງບົດບາດຂອງຫວຽດນາມ ໃນພາກພື້ນ

ບັນດາສະມາຊິກສະພາແຫ່ງຊາດອາເມລິກາ ຕີລາຄາສູງບົດບາດຂອງຫວຽດນາມ ໃນພາກພື້ນ - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ​
​ພົບ​ປະ​ກັບ​ທ່ານ​ສະມາຊິກ​ສະພາ​ສູງ John McCain)


(vovworld) – ວັນ​ທີ 22/01, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ​ໄດ້​ມີ​ບັນດາ​ການ​ພົບ​ປະ​ກັບ​ທ່ານ​ສະມາຊິກ​ສະພາ​ສູງ John McCain ​ແລະ ທ່ານ​ສະມາຊິກ​ສະພາ​ຕໍ່າ Eliot Engel.

        ທີ່​ການ​ພົບ​ປະ​ກັບທ່ານ​ສະມາຊິກ​ສະພາ​ສູງ John McCain, ປະທານ​ກຳມາທິການ​ກຳລັງ​ທະຫານ​ສະພາ​ສູງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ປາດ​ຖະໜາ​ວ່າ, ທ່ານ John McCain ຈະ​ສືບ​ຕໍ່​ສະໜັບສະໜູນ​​ເລື່ອງ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທ​ດຢ່າງ​ມີ​ປະສິດທິ​ຜົນ, ​ແທດ​ຈິງ​​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ. ພິ​ເສດ​ໃນ​ສະພາບ​ທີ່ 2 ປະ​ເທດສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້​ແບ່ງປັນ​ບັນດາບຸລິມະສິດ​ລວມ​ໃນ​ເລື່ອງ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​​ໃຫ້​ເໝາະ​ສົມ​ກັບ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບດ້ານ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ກໍ່​ຄື​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ… ກວ່າ​ອີກ; ຊຸກຍູ້ການ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ຂ້າມ​ປາຊີ​ຟິກ (TPP) ​ໃຫ້​ແທດ​ເໝາະ​ກັບ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ປະ​ເທດ​ເຂົ້າ​ຮ່ວມ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ - ​ອາ​ເມ​ລິ​ກາ, ກອງ​ປະຊຸມ​ຂັ້ນ​ສູງ​ອາຊີຕາ​ເວັນ​ອອກ, ARF, APEC… ທ່ານ​ສະມາຊິກ​ສະພາ​ສູງ John McCain ຢືນຢັນ​ວ່າ, ຈະ​ຕັ້ງ​ໜ້າປະ​ກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ກວ່າ​ອີກ, ​ເພີ່ມ​ທະວີ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ, ຊຸກຍູ້​ການ​ລົບ​ລ້າງ​ຄຳ​ສັ່ງ​ຫ້າມ​ອາວຸດ ​ແລະ ປາດ​ຖະໜາ​ຢາກ​ມາ​ຢ້ຽມຢາມ​ຫວຽດນາມ ​ໃນ​ປີ 2015.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ກໍ່​ໄດ້​ມີ​ການ​ພົບ​ປະ​ກັບທ່ານ​ສະມາຊິກ​ສະພາ​ຕໍ່າ Eliot Engel, ສະມາຊິກ​ຂັ້ນ​ສູງ​ຂອງ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ສູງ. ທີ່​ການ​ພົບ​ປະ, ທ່ານ ຟ້າ​ມກວາງ​ວິ​ງ ​ໄດ້​ແຈ້ງ​ໃຫ້​​ທ່ານ Eliot Engel ຊາບກ່ຽວ​ກັບ​ສະພາບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ​ແລະ ບັນດາ​​ແຜນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໃຫຍ່​ຂອງ​ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ທ່ານ Eliot Engel  ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ. ທ່ານ​ສະມາຊິກ​ສະພາ​ຕໍ່າ Eliot Engel ຖື​ວ່າ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ແມ່ນ​ມີ​ຄວາມໝາຍ​ສຳຄັນ​ທີ່​ສຸດ, ບໍ່​ພຽງ​ແຕ່ຊ່ວຍ​ຊຸກຍູ້​ຜົນປະ​ໂຫຍ​ດ​ໃນຫຼາຍ​ດ້ານຂອງ​ແຕ່ລະ​ຝ່າຍ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ​ລວມຂອງ​ພາກ​ພື້ນ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ