ເຂດທ່ອງທ່ຽວແຫ່ງໜຶ່ງຢູ່ ຟູ໋ອຽນ
(ພາບປະກອບ)
(vovworld) – ວັນທີ 22/4, ຜູ້ຕາງໜ້າການນຳແຂວງ ຟູ໋ອຽນ ແລະ ບັນດາແຂວງ ບິ່ນດິ້ງ, ແຄ໋ງຮ່ວາ, ນິນຖ້ວນ, ບິ່ນຖ້ວນ, ດັກລັກ, ເລີມດົ່ງ ໄດ້ມີການເຮັດວຽກກັບກຸ່ມບັນດາຫົວໜ້າອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດອາຍຸການ 2013 – 2016. ທີ່ການເຮັດວຽກ, ຜູ້ຕາງໜ້າການນຳຂອງ 7 ແຂວງ ແລະ ສະມາຊິກຂອງບັນດາອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ພ້ອມກັບ 60 ວິສາຫະກິດຂອງ ແຂວງ ບິ່ນດິ້ງ ແລະ ຟູ໋ອຽນ ໄດ້ປຶກສາຫາລື ກ່ຽວກັບບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງພາກພື້ນສຳລັບບັນດານັກລົງທຶນຕ່າງປະເທດ. ຕາມຄຳເຫັນຂອງເອກອັກຄະລັດຖະທູດເກືອບທັງໝົດ, ເພື່ອພັດທະນາເສດຖະກິດ - ສັງຄົມ ແລະ ດຶງດູດບັນດານັກລົງທຶນ, ບັນດາແຂວງພາກກາງ, ໄຕງວຽນ ຄວນເພີ່ມທະວີວຽກງານໂຄສະນາເຜີຍແຜ່, ປະຕິຮູບລະບຽບການບໍລິຫານ. ບັນດາເອກອັກຄະລັດຖະທູດສະເໜີໃຫ້ການນຳບັນດາແຂວງພາກກາງ, ໄຕງວຽນຄວນສະໜອງຂໍ້ມູນຂ່າວສານໃຫ້ບັນດາອົງການຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດເປັນປະຈຳ, ສ້າງເງື່ອນໄຂອຳນວນຄວາມສະດວກຊ່ວຍໃຫ້ບັນດາອົງການຕາງໜ້າຢູ່ຕ່າງປະເທດ ໂຄສະນາເຜີຍແຜ່ບັນດາການເຄື່ອນໄຫວຮຽກຮ້ອງການລົງທຶນ.