ບັນ​ດາ​ແຂວງ​ເຂດ​ຕາ​ເວັນ​ອອກ​ທາງ​ພາກໃຕ້​ຫວຽດ​ນາມ ​ເຊື່ອມ​ຕໍ່, ກະ​ຕຸ້ນ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ

(VOVWORLD) -ຕອນເຊົ້າວັນທີ 28 ມິຖຸນາ ຢູ່ແຂວງ ໄຕນິງ, ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ແລະ ຄະນະກຳມະການປະຊາຊົນແຂວງໄຕນິງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ “ພັດທະນາຜະລິດຕະພັນເຊື່ອມຕໍ່ກະຕຸ້ນການທ່ອງທ່ຽວເຂດຕາເວັນອອກທາງພາກໃຕ້” 
ບັນ​ດາ​ແຂວງ​ເຂດ​ຕາ​ເວັນ​ອອກ​ທາງ​ພາກໃຕ້​ຫວຽດ​ນາມ ​ເຊື່ອມ​ຕໍ່, ກະ​ຕຸ້ນ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ - ảnh 1ພາບປະກອບ: ໜັງສືພິມອຸດສາຫະກຳ ແລະການຄ້າ 

 ໂດຍມີການເຂົ້າຮ່ວມມີການນຳຂະແໜງທ່ອງທ່ຽວ, ວິສາຫະກິດບັນດາແຂວງ, ນະຄອນ ລວມມີ: ນະຄອນໂຮ່ຈີມິນ, ດົ່ງນາຍ, ບິ່ງເຢືອງ, ບິ່ງເຟືອກ, ໄຕນິງ, ບ່າເຮ້ຍ - ວຸງເຕົ່າ.

ທີ່ກອງປະຊຸມສຳມະນາ, 3 ເສັ້ນທາງຜະລິດຕະພັນລະຫວ່າງເຂດໃໝ່ໄດ້ຮັບການປະກາດ ແມ່ນ ເສັ້ນທາງ ນະຄອນໂຮ່ຈີມິນ - ໄຕນິງ - ບິ່ງເຢືອງ ດ້ວຍຫົວຂໍ້ “ສີວັນວັນໃໝ່”, “ພິຊິກຊາຍຄາພາກໃຕ້”, ເສັ້ນທາງ ນະຄອນໂຮ່ຈີມິນ - ບິ່ງເຢືອງ - ບິ່ງເຟືອກດ້ວຍຫົວຂໍ້ “ດິນແດນເຂດພາກຕາເວັນອອກແຫ່ງນ້ຳຈິດມິດໃຈ” ແລະ ເສັ້ນທາງ ນະຄອນໂຮ່ຈີມິນ - ດົ່ງນາຍ - ບ່າເຣ້ຍ ວຸງເຕົ່າ ດ້ວຍຫົວຂໍ້ “ທຳມະຊາດທີ່ສົດໄສ, ສີສັນທະເລທີ່ສວຍງາມ”.

ມີວິສາຫະກິດການທ່ອງທ່ຽວ 9 ແຫ່ງຢູ່ນະຄອນໂຮ່ຈີມິນ ໄດ້ລົງນາມຂໍ້ຕົກລົງການຮ່ວມມືພັດທະນາຜະລິດຕະພັນກະຕຸ້ນການທ່ອງທ່ຽວ ດ້ວຍ 20 ຫົວໜ່ວຍຕອບສະໜອງການບໍລິການຢູ່ບັນດາແຂວງດັ່ງກ່າວ. ບົນພື້ນຖານນີ້ຈະມີບັນດານະໂຍບາຍບຸລິມະສິດກ່ຽວກັບລາຄາຈົນໝົດປີ 2020 ເພື່ອສ້າງບັນດາຜະລິດຕະພັນການທ່ອງທ່ຽວລະຫວ່າງເຂດທີ່ມີຄຸນນະພາບ, ລາຄາດຶງດູດໃຈເພື່ອແນໃສ່ກະຕຸ້ນການທ່ອງທ່ຽວພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ