ປະທານປະເທດມອບຂອງຂວັນໃຫ້ແບບຢ່າງທີ່ກ້າວໜ້າ
(ພາບ VOV)
(vovworld) – ຕອນບ່າຍວັນທີ 23/8, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕິ່ນຊາງ ໄດ້ມີການພົບປະກັບບັນດາຜູ້ແທນທີ່ຕາງໜ້າໃຫ້ 150 ໝູ່ຄະນະ, ບຸກຄົນທີ່ດີເດັ່ນກ້າວໜ້າໃນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ. ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມແບບຢ່າງທີ່ກ້າວໜ້າທົ່ວກອງທັບເຊິ່ງຈັດຕັ້ງຢູ່ຮ່າໂນ້ຍໃນວັນທີ 24/8. ນະທີ່ນີ້, ທ່ານປະທານປະເທດ ເຈືອງເຕິ່ນຊາງ ຕີລາຄາສູງບັນດາຜົນງານທີ່ກຳລັງກອງທັບບັນລຸໄດ້ໃນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ. ທ່ານປະທານເນັ້ນໜັກວ່າ, ກອງທັບປະຊາຊົນຫວຽດນາມ ເປັນກຽດທີ່ໄດ້ຮັບຊື່ວ່າທະຫານລຸງໂຮ່. ຍ້ອນເຫດນັ້ນ, ເພື່ອເຮັດໃຫ້ໃນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ ມີປະສິດທິຜົນຢ່າງແທ້ຈິງ, ການນຳ, ສະມາຊິກພັກຕ້ອງເປັນແບບຢ່າງ, ພະນັກງານ, ນັກຮົບແຕ່ລະຄົນ ຕ້ອງຍົກສູງຄວາມຕື່ນຕົວ, ພິເສດແມ່ນການຮຳ່ຮຽນແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນຕ້ອງຕິດພັນກັບວຽກງານກໍ່ສ້າງພັກເປັນຢ່າງດີ. ທ່ານປະທານປະເທດ ເຈືອງເຕິ່ນຊາງ ຫວັງວ່າ ບັນດາແບບຢ່າງທີ່ກ້າວໜ້າໃນທົ່ວກອງທັບ ຕ້ອງຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ, ສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ສ້າງຜົນງານໃຫ້ຫຼາຍ ແລະ ສູງກວ່າອີກ ໃນການຮຳ່ຮຽນ ແລະ ປະຕິບັນງານ, ສົມກັບຄວາມໄວ້ເນື້ອເຊື່ອໃຈ, ການເຊີດຊູຂອງພັກ, ກອງທັບ ແລະ ປະຊາຊົນ, ປະກອບສ່ວນປະຕິບັດໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ ຢ່າງມີໄຊ.