ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫງວຽນແທງລອງ ໄປກວດກາວຽກງານຮັບມືກັບພະຍາດ MERS ຢູ່ໂຮງໝໍ
(ພາບ: kienthuc.net.vn)
|
(vovworld) – ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສ້າງ 3 ແຜນການເພື່ອກຽມພ້ອມຮັບມືກັບ 3 ກໍລະນີເພື່ອຕ້ານພະຍາດ MERS ທີ່ອາດຈະແຜ່ລະບາດເຂົ້າ ຫວຽດນາມ.
ຢູ່ຮ່າໂນ້ຍ, ພະແນກສາທາລະນະສຸກນະຄອນ ຮ່າໂນ້ຍ ໄດ້ແຕ່ງຕັ້ງໂຮງໝໍ 5 ແຫ່ງເຊິ່ງລວມມີ: ໂຮງໝໍຫຼາຍຂະແໜງ ດົ໋ງດາ, ໂຮງໝໍຫຼາຍຂະແໜງ Saint Paul, ໂຮງໝໍແທງຍ່ານ, ໂຮງໝໍບັກທັງລອງ ແລະ ໂຮງໝໍຮ່າດົງ ໄດ້ສ້າງວິທີການເປັນເຈົ້າການໃນວຽກງານປິນປົວ, ແຍກບັນດາຄົນເຈັບໃຫ້ຢູ່ຕ່າງຫາກຕາມກໍລະນີລະອຽດ. ເມື່ອຄົ້ນພົບກໍລະນີທີ່ສົງໄສຕິດພະຍາດ MERS ທຳອິດຈະໄດ້ສົ່ງເຖິງໂຮງໝໍເຂດຊົນຮ້ອນສູນກາງ. ປະຈຸບັນ, ໂຮງໝໍເຂດຊົນຮ້ອນສູນກາງແມ່ນໜຶ່ງ ໃນ 2 ໂຮງໝໍໃນທົ່ວປະເທດມີລະບົບວິໃຈລະດັບສາກົນ. ຜູ້ອຳນວຍການໂຮງໝໍເຂດຊົນຮ້ອນສູນກາງ ຫງວຽນວັນກີ໋ງ, ໃຫ້ຮູ້ວ່າ:
“ໃນຮອບເວລາ 4 ຊົ່ວໂມງພວກຂ້າພະເຈົ້າມີໝາກຜົນຂອງການວິໃຈແລ້ວ, ຍ້ອນວ່ານີ້ແມ່ນຫ້ອງວິໃຈບັນລຸມາດຕະຖານ. ປະຈຸບັນ, ພວກຂ້າພະເຈົ້າຍາມໃດກໍ່ກຽມພ້ອມໂດຍອີງໃສ່ຄວາມຄືບໜ້າຂອງໂລກພະຍາດ. ກ່ອນອື່ນໝົດພວກຂ້າພະເຈົ້າຈະສະຫງວນ 2 ຫ້ອງເພື່ອແຍກຕົວ ແລະ ໃນກໍລະນີມີຫຼາຍກໍລະນີຄົນເຈັບຈະສະຫງວນຫ້ອງສຸກເສີນທັງໝົດເປັນຫ້ອງແຍກຕົວ. ສ່ວນໃນກໍລະນີມີຫຼາຍຄົນເຈັບຕື່ມອີກ, ທັງໝົດໂຮງໝໍຈະກາຍເປັນຫົວໜ່ວຍແຍກຄົນເຈັບປິນປົວຕ່າງຫາກ.”
ສ່ວນຢູ່ນະຄອນ ໂຮ່ຈີມິນ ຈະມີ 3 ບ່ອນຮັບຄົນເຈັບແຍກຕົວ ແລະ ປິນປົວໃຫ້ຄົນເຈັບຕິດ MERS. ທ່ານໝໍ ເລແມ້ງຮູ່ງ, ຮອງຜູ້ອຳນວຍການໂຮງໝໍເຂດຊົນຮ້ອນນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ສະຖານທີ່ຕົ້ນຕໍ່ເພື່ອປະຕິບັດການແຍກຕົວຕົນເຈັບຢູ່ຕ່າງຫາກ ແລະ ປິນປົວຄົນເຈັບຕິດ MERS ແມ່ນພະແນກຕິດແປດ D, ມີ 50 ຕຽງນອກຄົນເຈັບ. ປະຈຸບັນ, ພວກຂ້າພະເຈົ້າພວມຈຳກັດຄົນເຈັບເຂົ້າພະແນກດັ່ງກ່າວ ແລະ ໄດ້ກະກຽມບັນດາຫ້ອງຫວ່າງ. ພາລະກອນການແພດຂອງໂຮງໝໍກໍ່ລຶ້ງເຄີຍກັບການປ້ອງກັນ, ຕ້ານພະຍາດທີ່ອັນຕະລາຍນີ້, ດັ່ງນັ້ນຍາມໃດກໍ່ກະກຽມການຮັບມື. ໂຮງໝໍກໍ່ກະກຽມຈຳນວນຢາຢ່າງພຽງພໍເພື່ອກັນພະຍາດ.”