ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ ມານະພະຍາຍາມຮັກສາຂໍ້ຕົກລົງເບື້ອງຕົ້ນກັບ ອີຢູ

(VOVWORLD) -  ຖ້າບໍ່ດັ່ງນັ້ນ ຈະຕ້ອງປະເຊີນໜ້າກັບເລື່ອງ Brexit ບໍ່ບັນລຸໄດ້ຂໍ້ຕົກລົງ ຫຼື ຊ້ຳບໍ່ໜຳເປັນການຕ່າວປີ້ນ Brexit ຕື່ມອີກ.

ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ ມານະພະຍາຍາມຮັກສາຂໍ້ຕົກລົງເບື້ອງຕົ້ນກັບ ອີຢູ - ảnh 1ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ກ່າວຄຳເຫັນທີ່ກອງປະຊຸມສະພາຕ່ຳຢູ່ນະຄອນຫລວງ ລອນດອນ   (ພາບ: AFP/ TTXVN) 

ວັນທີ 06 ທັນວາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ອີກຄັ້ງໜຶ່ງໄດ້ກະຕຸກຊຸກຍູ້ບັນດາສະມາຊິກລັດຖະສະພາສະໜັບສະໜູນຂໍ້ຕົກລົງເບື້ອງຕົ້ນກ່ຽວກັບເລື່ອງປະເທດນີ້ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ຍັງເອີ້ນວ່າ Brexit, ຖ້າບໍ່ດັ່ງນັ້ນ ຈະຕ້ອງປະເຊີນໜ້າກັບເລື່ອງ Brexit ບໍ່ບັນລຸໄດ້ຂໍ້ຕົກລົງ ຫຼື ຊ້ຳບໍ່ໜຳເປັນການຕ່າວປີ້ນ Brexit ຕື່ມອີກ.

        ກ່າວຄຳເຫັນໃນຊ່ອງໂທລະພາບ BBC, ທ່ານນາງ May ກ່າວເຕືອນວ່າ: ຖ້າຫາກບັນດາສະມາຊິກລັດຖະສະພາປະຕິເສດຂໍ້ຕົກລົງເບື້ອງຕົ້ນ ເຊິ່ງທ່ານນາງບັນລຸໄດ້ກັບວົງການການນຳ ອີຢູ, ຕາມນັ້ນແລ້ວ ອັງກິດ ຈະຖອນຕົວອອກຈາກ ອີຢູ ໃນວັນທີ 29 ມີນາ 2019 ແຕ່ຍັງຄົງຮັກສາການພົວພັນທີ່ໃກ້ຊິດສະໜິດແໜ້ນໄວ້ຢູ່, ບັນດາວິທີການປ່ຽນແທນໜຶ່ງດຽວແມ່ນ “ພວກເຮົາຖອນຕົວເຊິ່ງບໍ່ບັນລຸໄດ້ຂໍ້ຕົກລົງ ຫຼື ພວກເຮົາບໍ່ມີ Brexit ຫຍັງໝົດ”. ທ່ານນາງ May ກໍ່ສະເໜີມອບສິດໃຫ້ສະພາແຫ່ງຊາດ ດ້ວຍບົດບາດໃຫຍ່ກ່ວາ ໃນການຕັດສິນໃຈນຳໃຊ້ຂໍ້ຕົກລົງພາສີຢູ່ຊາຍແດນລະຫວ່າງ ອຽກລັງ ແລະ ເຂດດິນແດນ ອຽກລັງເໜືອ ຂຶ້ນກັບ ອັງກິດ, ຫຼື ແກ່ຍາວໄລຍະຂ້າມຜ່ານ.

        ແລະກໍ່ໃນວັນດຽວກັນ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ ໄດ້ເນັ້ນໜັກວ່າ: ການປ່ອນບັດຢູ່ສະພາແຫ່ງຊາດ ອັງກິດ ກ່ຽວກັບຂໍ້ຕົກລົງ Brexit ໃນອາທິດໜ້າ ຈະຕັດສິນອະນາຄົດຂອງປະເທດນີ້ ແລະ ຕັກເຕືອນບັນດາຝ່າຍທີ່ກ່ຽວຂ້ອງທັງໝົດນັ້ນ ຕ້ອງມີຄວາມ “ຮັບຜິດຊອບ”. ທ່ານ Michel Barnier ຖືວ່າ: ສິ່ງສຳຄັນໃນປັດຈຸບັນ ແມ່ນຂໍ້ຕົກລົງ Brexit ເຊິ່ງ ອີຢູ ແລະ ອັງກິດ ບັນລຸໄດ້ ຄວນໄດ້ຮັບການໃຫ້ສັດຕະຍາບັນ, ທ່ານເນັ້ນໜັກວ່າ ນີ້ແມ່ນວິທີດີທີ່ສຸດສຳລັບ ອັງກິດ ຖ້າຢາກຮັບປະກັບການຖອນຕົວຢ່າງມີລະບຽບ.

ຕອບກັບ

ຂ່າວ/ບົດ​ອື່ນ