ບັນຫາBrexit:ອັງກິດຕ້ອງປະຕິບັດຕາມກົດໝາຍຂອງEUໃນໄລຍະມີການຫັນປ່ຽນ
(vovworld)- ວັນທີ 11/2, ທ່ານ Guy Verhofstadt ຜູ້ຮັບຜິດຊອບການເຈລະຈາ Brexit ຂອງລັດຖະສະພາ ເອີລົບ (EP) ໃຫ້ຮູ້ວ່າ: ທັດສະນະຂອງ ສະຫະພາບເອີລົບ (EU) ແມ່ນໃນໄລຍະມີການຫັນປ່ຽນ ຈາກສະມາຊິກສົມບູນຈົນເຖິງເມື່ອອັງກິດຖອນອອກຈາກ EU ຢ່າງສິ້ນເຊິງ, ປະເທດນີ້ ຍັງຄົງປະຕິບັດຕາມກົດໝາຍຂອງ EU, ສິ່ງດັ່ງກ່າວໝາຍຄວາມວ່າ ລອນດອນ ຕ້ອງປະຕິບັດທຸກຄຳຕັດສິນຂອງສານສູງສຸດຂອງ EU ຈົນເຖິງຫລັງປີ 2019. ສິ່ງນີ້ແມ່ນຝືນກັບທັດສະນະຂອງລັດຖະບານ ອັງກິດ ເມື່ອຖືວ່າ ລອນດອນ ຈະບໍ່ປະຕິບັດຕາມກົດໝາຍຂອງ EU ເມື່ອຖອນອອກຈາກກຸ່ມນີ້. ນີ້ແມ່ນສາຍເຫດຕົ້ນຕໍເຮັດໃຫ້ຜູ້ມີສິດເລືອກຕັ້ງ ອັງກິດ ປ່ອນບັດອອກຈາກ EU ເມື່ອຖືວ່າ ບັນດາການກຳນົດຂອງ EU ໄດ້ກີດຂວາງການພັດທະນາຂອງປະເທດຊາດ.