ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ
|
(vovworld)- ວັນທີ 3/4, ຕອບສຳພາດນັກຂ່າວທີ່ການປະຊຸມຂ່າວນັດສະມັນ ຂອງກະຊວງການ ຕ່າງປະເທດ ກ່ຽວກັບເລື່ອງຫວ່າງແລ້ວນີ້, ກະຊວງການຄ້າ ອາເມລິກາສຳເລັດການພິຈາລະນາຮອບທີ 9 ສຳລັບກໍລະນີຮ້ອງຟ້ອງການຂາຍປາຈາຫວຽດນາມບຸບລາຄາຢູ່ຕະຫຼາດອາເມລິກາ, ຕາມນັ້ນແລ້ວ, ອາເມລິກາສືບຕໍ່ຈັດວາງອັດຕາພາສີສຳລັບການຂາຍບຸບລາຄາທີ່ມີຕໍ່ບາງບໍລິສັດສົ່ງອອກປາຈາຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ເນັ້ນໜັ້ກວ່າ :
“ ພວກຂ້າພະເຈົ້າໄດ້ຢືນຢັນຫຼາຍເທື່ອແລ້ວວ່າ : ບັນດາວິສາຫະກິດຫວຽດນາມບໍ່ຂາຍປາຈາ ແລະ ປາບາຊາບຸບລາຄາໃຫ້ຕະຫຼາດອາເມລິກາ. ພວກຂ້າພະເຈົ້າຖືວ່າ ບັນດາບັນຫາດ້ານການຄ້າລະຫວ່າງ 2 ປະເທດຄວນໄດ້ຮັບການພິຈາລະນາຢ່າງຍຸດຕິທຳ, ພາວະວິໄສບົນຈິດໃຈາການຄ້າເສລີ, ກໍຄືສອດຄ່ອງກັບການພົວພັນທາງດ້ານເສດຖະກິດການຄ້າທີ່ພວມດຳເນີນດ້ວຍດີລະຫວ່າງ 2 ປະເທດ ”
ກ່ຽວກັບການປະຊຸມລະຫວ່າງຄະນະກຳມາທິການປະສົມລະຫວ່າງ 2 ປະເທດຫວຽດນາມ-ຍີປຸ່ນທີ່ຖືກຈັດຂຶ້ນໃນຕອນເຊົ້າວັນທີ 3/4 ຢູ່ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ໃຫ້ຮູ້ວ່າ ເນື້ອໃນກອງປະຊຸມແມ່ນເຕື້ອງເຖິງບັນດາມາດຕະການສະກັດກັ້ນປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງໃນການປະຕິບັດບັນດາບັນດາໂຄງການຄົມມະນາຄົມຂົນສົ່ງທີ່ນຳໃຊ້ທຶນ ODA.