ບັ້ນຮົບປົດປ່ອຍເຂດພູພຽງບໍລິເວນແມ່ນສັນຍາລັັກຂອງນຳ້ໃຈສາມັກຄີຫວຽດນາມ-ລາວ
(ກອງປະຊຸມສຳມະນາວິທະຍາສາດ
“ບັ້ນຮົບປົດປ່ອຍເຂດພູພຽງບໍລິເວນ 1971 - 1972”)
(vovworld) - ບັ້ນຮົບປົດປ່ອຍເຂດພູພຽງບໍລິເວນແມ່ນສັນຍາລັັກຂອງນຳ້ໃຈສາມັກຄີຫວຽດນາມ-ລາວ, ນີ້ແມ່ນຄຳເຫັນດີເປັນເອກະສັນກັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ “ບັ້ນຮົບປົດປ່ອຍເຂດພູພຽງບໍລິເວນ 1971 - 1972”, ເຊິ່ງຖືກດຳເນີນຢູ່ແຂວງ ຈຳປາສັກ, ປະເທດລາວ ໃນວັນທີ 05/04. ກອງປະຊຸມສຳມະນາແມ່ນໂອກາດເພື່ອຫວນຄືນປະຫວັດສາດການຕໍ່ສູ້ຢ່າງພິລະອາດຫານຂອງປະຊາຊົນລາວ ບັນດາເຜົ່າ, ໂດຍສະເພາະແມ່ນປະຊາຊົນບັນດາແຂວງທາງພາກໃຕ້ຂອງລາວ ໃນການຕໍ່ສູ້ຕ້ານພວກຈັກກະພັດ, ລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່. ບັນດາຜູ້ແທນໄດ້ຖືວ່າ, ພຶດຕິກຳຕົວຈິງ ແລະ ບົດຮຽນໃນປະຫວັດສາດຂອງບັ້ນຮົບປົດປ່ອຍ ກໍໄດ້ຊີ້ໃຫ້ເຫັນຄວາມປະລາໄຊຢ່າງໜັກໜ່ວງຂອງພວກຈັກກະພັດຜູ້ຮຸກຮານ, ໄດ້ທຳລາຍທິດສະດີຂອງ Nixon ທີ່ວ່າ “ເອົາຄົນລາວ ຕີຄົນລາວ, ເອົາຄົນອາຊີ ຕີຄົນອາຊີ”. ໄຊຊະນະບັ້ນຮົບປົດປ່ອຍເຂດພູພຽງບໍລິເວນໄດ້ເປັນກຸນແຈເພື່ອກ້າວຂຶ້ນປົດປ່ອຍທົ່ວປະເທດລາວ. ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາລ້ວນແຕ່ເຮັດແຈ້ງນ້ຳໃຈສາມັກຄີແບບພິເສດສຳພັນທະມິດສູ້ຮົບລາວ - ຫວຽດນາມ, ຫວຽດນາມ - ລາວ ໃນບັ້ນຮົບປົດປ່ອຍເຂດພູພຽງບໍລິເວນ ປີ 1971 – 1972 ແລະ ບັນດາບັ້ນຮົບອື່ນໆຢູ່ລາວ.