ບໍ່ນຳໃຊ້ອາວຸດ,ຍົກເລີກປ້ອມປ້ອງກັນຢູ່ເຂດຊາຍແດນລະຫວ່າງສ.ເກົາຫຼີແລະສປປ.ເກົາຫຼີ

(VOVWORLD) -ວັນທີ 22 ຕຸລາ, ກະຊວງປ້ອງກັນປະເທດສ.ເກົາຫຼີ ແຈ້ງວ່າ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລະ ກອງບັນຊາການສະຫະປະຊາຊາດ ໄດ້ເຫັນດີຖອນອາວຸດປະເພດຕ່າງໆ ແລະ ຍົກເລີກປ້ອມປ້ອງກັນອອກຈາກເຂດຄວາມໝັ້ນຄົງລວມ (JSA) ຂຶ້ນກັບເຂດປອດການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ (DMZ) ໃນອາທິດນີ້.
ບໍ່ນຳໃຊ້ອາວຸດ,ຍົກເລີກປ້ອມປ້ອງກັນຢູ່ເຂດຊາຍແດນລະຫວ່າງສ.ເກົາຫຼີແລະສປປ.ເກົາຫຼີ - ảnh 1(ພາບປະກອບ: EPA/ TTXVN)

ໃນຖະແຫຼງການໜຶ່ງ, ກະຊວງປ້ອງກັນປະເທດສ.ເກົາຫຼີ ຊີ້ແຈ້ງວ່າ: 3 ຝ່າຍກໍ່ຢັ້ງຢືນ ແລະ ຕີລາຄາເລື່ອງເຮັດສຳເລັດວຽກງານກວດ, ເກັບກູ້ລະເບີດ ແລະ ໃຫ້ຄຳໝັ້ນສັນຍາ “ສືບຕໍ່ບັນດາຄວາມມານະພະຍາຍາມສ້າງບັນດາຄາດໝາຍມາດຕະການແກ້ໄຂ JSA ໃຫ້ສົມບູນແບບ”.

        ໃນເຫດການທີ່ກ່ຽວຂ້ອງໃນວັນດຽວກັນ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ ໃຫ້ຂ່າວວ່າ: ມີກຸ່ມບັນດາເຈົ້າໜ້າທີ່ສປປ.ເກົາຫຼີ ພວມເດີນທາງໄປຍັງລັດເຊຍ ໃນສະພາບການທີ່ມີຂ່າວຄາວວ່າ ການນຳ 2 ປະເທດພວມສ້າງແຜນການດຳເນີນການພົບປະຄັ້ງສຸດຍອດ. ກ່ອນໜ້ານັ້ນ, ຝ່າຍມົດສະກູ ກໍ່ຢັ້ງຢືນວ່າ, ທ່ານປະທານາທິບໍດີລັດເຊຍ Vladimir Putin ຈະມີການພົບປະຄັ້ງສຸດຍອດກັບການນຳສປປ.ເກົາຫຼີ ໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ