ບັ້ນເຄື່ອນໄຫວລະດູ ບານໃໝ່ອາສາ ສະໝັກ ປີ 2014
Ngọc Luân -  
(ພາບ: .baomoi.com)
(vovworld)- ຕອນເຊົ້າວັນທີ 5/1, ສະນາຄົມນັກສຶກສານະຄອນໂຮ່ຈິມິນ ໄດ້ຈັດພິທີເປີດບັ້ນເຄື່ອນໄຫວລະດູບານໃໝ່ອາສາສະໝັກຄັ້ງທີ 6-ປີ 2014.
ບັ້ນເຄື່ອນໄຫວລະດູບານໃໝ່ອາສາສະໝັກປີນີ້ ສືບຕໍ່ໄດ້ຮັບການຈັດຕັງຂຶ້ນດ້ວຍບັນດາການເຄື່ອນໄຫວທີ່ມີຫຼາຍຮູບຫຼາຍແບບ ແລະ ອຸດົມສົບບຸນ. ທ່ານຟ້າມກ່ຽວຮຶງ, ຮອງປະທານສະນາຄົມນັກສຶກສານະຄອນໂຮ່ຈິມິນ, ຫົວໜ້າບັ້ນເຄື່ອນໄຫວລະດູບານໃໝ່ອາສາສະໝັກປີ 2014 ໃຫ້ຮູ້ວ່າ:
“ປີນີ້ພວກຂ້າພະເຈົ້າຈະເຕົ້າໂຮມນັກອາສາສາໝັກໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈຳຊາດ, ບັນດານັກອາສາສະໝັກຈະຖືກສ້າງເປັນໜ່ວຍ ເພື່ອໄປຍັງບັນດາເຂດຕະຫຼາດ, ເຂດຂອງຜູ້ອອກແຮງງານທຸກຍາກຂອງນະຄອນເພື່ອຢື້ຢາມຖາມຂ່າວໂດຍກົງ. ຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າຍັງຈະສ້າງຕັ້ງໜ່ວຍຖ່າຍຮູບຕ່າງໆເພື່ອຖ່າຍຮູບການເຕົ້າໂຮມຂອງ ປຊຊ ນະຄອນ, ຂອງນັກສຶກສາໃນພາເຂົ້າທ້າຍປີ, ຫຼັງຈາກນັນຈະມອບໃຫ້ເຂົາເຈົ້າໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່“.
Ngọc Luân