ບັ້ນເຄື່ອນໄຫວ “ລະດູບານໃໝ່ອາສາສະໝັກ” ຢູ່ນະຄອນໂຮ່ຈີມິນ
(ພາບ: Lê Thanh)
|
(vovworld) – ບັ້ນເຄື່ອນໄຫວ “ລະດູບານໃໝ່ອາສາສະໝັກ” ຢູ່ນະຄອນໂຮ່ຈີມິນ ຄັ້ງທີ 8 ໄດ້ເລີ່ມເຄື່ອນໄຫວໃນວັນທີ 10/1, ດ້ວຍການເຂົ້າຮ່ວມຂອງນັກສຶກສາ 31.000 ຄົນທີ່ມາຈາກບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນນະຄອນ. ບັ້ນເຄື່ອນໄຫວແກ່ຍາວຮອດວັນທີ 6/2/2016 ດ້ວຍ 5 ໂຄງການຈຸດສຸມ ແລະ 9 ການເຄື່ອນໄຫວເຊິ່ງລວມມີ: ລາຍການ “ບຸນເຕັກຂອງເພື່ອນມິດ”, “ລະດູບານໃໝ່ແຫ່ງການແບ່ງປັນ”, “ລະດູບານໃໝ່ຂອງນັກຮົບ”, “ລະດູບານໃໝ່ຂອງເດັກ”, “ລະດູບານໃໝ່ແຫ່ງການເຊື່ອມໂຍງ”. ຄຽງຄູ່ກັນນັ້ນແມ່ນບັນດາການເຄື່ອນໄຫວຈຸດສຸມຄື: “ຕອບບູນແທນຄູນ”, “ຄວາມເບີກບານມ່ວນຊື່ນໃນມື້ທ້າຍປີ”… ການເຄື່ອນໄຫວນີ້ສຸມໃສ່ເຂົ້າໃນລາຍການ “ລະດູບານໃໝ່ແຫ່ງການເຊື່ອມໂຍງ” ດ້ວຍບັນດາການເຄື່ອນໄຫວແນະນຳຈຸດດີງາມຂອງວັດທະນະທຳ ແລະ ຮີດຄອງປະເພນີຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ ກໍຄືງານບຸນປີໃໝ່ຂອງປະເທດຕ່າງໆ.