(vovworld) - ວັນທີ 2/7, ບໍລິສັດ Star Telecom, ເຊິ່ງແມ່ນບໍລິສັດຮ່ວມທຸລະກິດລະຫວ່າງບໍລິສັດໂທລະຄົມລາວ - Asia ສັງກັດກະຊວງປ້ອງກັນປະເທດລາວ ແລະ ບໍລິສັດ Viettel ສັງກັດກະຊວງປ້ອງກັນປະເທດຫວຽດນາມ, ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ແຂວງບໍລິຄຳໄຊ ຈັດຕັ້ງພິທີໜູນເຫຼືອທຶນກໍ່ສ້າງໂຮງຮຽນມິດຕະພາບລາວ - ຫວຽດນາມ ຢູ່ແຂວງນີ້. ໂຮງຮຽນຖືກກໍ່ສ້າງໃນເນື້ອທີ່ປະມານ 250 ຕາແມັດ, ຢູ່ເມືອງປາກຊັນ, ດ້ວຍຈຳນວນທຶນທັງໝົດແມ່ນ 62.00 USD, ໃນນັ້ນບໍລິສັດ Star Telecom ໜູນຊ່ວຍ 27.000 USD. ເມື່ອກິດຈະກຳຖືກນຳເຂົ້າໃຊ້ການ ຈະຊ່ວຍລູກຫຼານປະຊາຊົນແຂວງບໍລິຄຳໄຊ ມີຮາກຖານສຶກສາ, ບຳລຸງສ້າງ, ຮັບປະກັນເງື່ອນໄຂຮຳ່ຮຽນ ແລະ ຫຼໍ່ຫຼອມຢ່າງຄົບຖ້ວນ, ປະກອບສ່ວນເຂົ້າໃນການພັດທະນາແຂວງບໍລິຄຳໄຊ ເວົ້າສະເພາະ ແລະ ປະເທດລາວ ເວົ້າລວມ.