ບາດກ້າວພັດທະນາໃໝ່ຂອງຂະແໜງແພດສາດທະເລຫວຽດນາມ

(VOVWORLD) -ວັນທີ 04 ສິງຫາ, ສະຖາບັນແພດສາດທະເລຫວຽດນາມ ໄດ້ຈັດກອງປະຊຸມສຳມະນາພັດທະນາການແພດແຮງດັນສູງ ແລະ ພິທີເປີດສູນແຮງດັນສູງໃໝ່ສະຖາບັນແພດສາດທະເລຫວຽດນາມ.
ບາດກ້າວພັດທະນາໃໝ່ຂອງຂະແໜງແພດສາດທະເລຫວຽດນາມ - ảnh 1(ພາບປະກອບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານນາງຮອງສາດສະດາຈານ, ປະລິຍາເອກ ເຈິ່ນທິກວິ່ງຈີ, ຫົວໜ້າສະຖາບັນແພດສາດທະເລຫວຽດນາມ ໃຫ້ຮູ້ວ່າ, ສະຖາບັນແພດສາດທະເລຫວຽດນາມ ແມ່ນຫົວໜ່ວຍແຖວໜ້າກ່ຽວກັບແພດສາດທະເລ ດ້ວຍໜ້າທີ່ຄົ້ນຄວ້າກ່ຽວກັບແພດສາດ ແລະ ການແພດທະເລ, ກວດ ແລະ ຄຸ້ມຄອງການຮັກສາສຸຂະພາບໃຫ້ແກ່ປະຊາຊົນໃນຂົງເຂດແພດສາດທະເລ. ທີ່ການສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລື ແລະ ຊອກຫາບັນດາວິທີສຳຜັດທີ່ແຕກຕ່າງກັນເພື່ອຄົ້ນຫາກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນຢ່າງສູງສຸດ ເພື່ອພັດທະນາຖັນແຖວພະນັກງານການແພດໃຕ້ນ້ຳ ແລະ oxy ແຮງດັນສູງ ກໍຄືພັດທະນາຂົງເຂດກວດ, ປິ່ນປົວໃໝ່ນີ້ໃນເບື້ອງຕົ້ນ.

        ເນື່ອງໃນໂອກາດນີ້, ສະຖາບັນແພດສາດທະເລ ໄດ້ເປີດສະຫຼອງສູນແຮງດັນສູງໃໝ່ ພ້ອມກັບບັນດາຫ້ອງ oxy ແຮງດັນສູງ ທີ່ໄດ້ນຳເຂົ້າໃຊ້ການໃນໄລຍະຜ່ານມາ. ສະຖາບັນໄດ້ນຳໃຊ້ oxy ແຮງດັນສູງເພື່ອປິ່ນປົວໃຫ້ບັນດາກໍລະນີເສັ້ນເລືອດຂຶ້ນສະໝອງແຕກຍ້ອນການດຳນ້ຳ (ສ່ວນຫຼາຍແມ່ນຊາວປະມົງຫາສິນໃນນ້ຳຢູ່ເຂດໄກຝັ່ງທະເລ), ກໍລະນີຫາຍໃຈຝືດ… ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ