ບຳລຸງສ້າງລະດັບຄວາມ ຮູ້ກ່ຽວກັບໝູ່ເກາະ ທະເລໃຫ້ແກ່ຖັນແຖວ ນັກຂ່າວ

ບຳລຸງສ້າງລະດັບຄວາມ ຮູ້ກ່ຽວກັບໝູ່ເກາະ ທະເລໃຫ້ແກ່ຖັນແຖວ ນັກຂ່າວ - ảnh 1

ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ

(ພາບ:baohatinh.vn )

(vovworld)-​​​​ ​ ​ ກອງ​ປະຊຸມບຳລຸງ​ສ້າງ​ລະດັບ​ຄວາມ​ຮູ້​ກ່ຽວ​ກັບ​ໝູ່​ເກາະ​ທະ​ເລ​ໃຫ້​ແກ່​ຖັນ​ແຖວ​ນັກ​ຂ່າວ, ນັກ​ບັນນາທິການ​ບັນດາ​ອົ​ງການ​ສື່​ມວນ​ຊົນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ໂດຍ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຈັດຕັ້ງຂຶ້ນ​​​ໃນຕອນ​ເຊົ້າວັນ​ທີ 5/11, ຢູ່​ນະຄອນດ່າ​ນັງ. ທີ່​ກອງ​ປະຊຸມ, ອົງການ​ສື່​ມວນ​ຊົນ​ຂອງ 17 ​ແຂວງ, ນະຄອນ​ເຂດ​ພາກ​ກາງ​ໄດ້​ຮັບ​ການ​ເຜີ​ຍແຜ່​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ​ແລະ ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ-ບັນດາ​ເອກະສານ​ດ້ານກົດ​ໝາຍ​ໃນ​ການ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ; ບັນດາ​ການ​ກຳນົດ​ທິດ​ໃນ​ວຽກ​ງານ​ຖະ​ແຫຼ​ງຂ່າວ, ​ໂຄສະນາ, ປະກອບ ສ່ວນຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ ຢ່າງໝັ້ນຄົງ. ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ ​ໄດ້​ຍົກ​ອອກ​ບັນດາ​ບົດຮຽນ​ທີ່​ດີ​ໃນ​ວຽກ​ງານ​ຖະ​ແຫຼ​ງຂ່າວ, ​ໂຄສະນາ, ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຈັນ​ຍະ​ບັນ​ວິຊາ​ຊີບ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ນັກ​ຂ່າວ​ໃນ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​ໝູ່​ເກາະ​ທະ​ເລ./.

ຂ່າວ/ບົດ​ອື່ນ