(vovworld) - ຕອນບ່າຍວັນທີ 13/8, ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງສຶກສາ ແລະ ບຳລຸງສ້າງ, ກະຊວງອຸດສາຫະກຳ ການຄ້າ ແລະ ສະຫະສະມາຄົມວະສາຫະກິດ ຍີ່ປຸ່ນ ປະຈຳ ຫວຽດນາມ ກ່ຽວກັບການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ (MOU). ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດ “ຂໍ້ລິເລີ່ມຮ່ວມ ຫວຽດນາມ - ຍີ່ປຸ່ນ” ໄລຍະ 5. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນທ້ຽນເຍີນ ຊີ້ແຈ້ງວ່າ: ທ່າແຮງຂອງ ຍີ່ປຸ່ນ ແມ່ນວິທະຍາສາດເຕັກໂນໂລຢີຈະໄດ້ຮັບການຜັນຂະຫຍາຍຢູ່ ຫວຽດນາມ ຍ້ອນວ່າແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ ຮັບປະກັນຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ທັງດ້ານຈຳນວນ ແລະ ຄຸນນະພາບ. ຈຸດໝາຍຂອງເລື່ອງເຊັນ MOU ແມ່ນສ້າງຕັ້ງພື້ນຖານຮ່ວມມືຂອງບັນດາຝ່າຍທີ່ກ່ຽວຂ້ອງໃນການສະໜອງກຳລັງແຮງງານຕອບສະໜອງທັງດ້ານຄຸນນະພາບ ແລະ ຈຳນວນຕາມຄວາມຕ້ອງການນຳໃຊ້ຢູ່ ຫວຽດນາມ, ຊຸກຍູ້ການລົງທຶນຂອງບັນດາວິສາຫະກິດ ຍີ່ປຸ່ນ ແລະ ຫວຽດນາມ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ.