ປີ 2015, ລັດຖະບານ ສຸມໃສ່ໜູນຊ່ວຍບັນດາເຂດຊົນເຜົ່າທີ່ປະສົບກັບຄວາມຫຍຸ້ງຍາກ

ປີ 2015, ລັດຖະບານ ສຸມໃສ່ໜູນຊ່ວຍບັນດາເຂດຊົນເຜົ່າທີ່ປະສົບກັບຄວາມຫຍຸ້ງຍາກ - ảnh 1
(ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູດຶກ​ດາມ)

(vovworld) – ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູດຶກ​ດາມ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ ​ປະຕິບັດ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ນະ​ໂຍບາຍ​ສັງຄົມ, ​ຫາ​ກໍ່​ມີ​ເອກະສານ​ສະ​ເໜີ​ໃຫ້​ທຸກຂັ້ນ, ທຸກຂະ​ແໜງການ​ໃນ​ປີ 2015 ຕ້ອງ​ປ່ຽນ​ໃໝ່​ທິດທາງປະຕິບັດ​ບັນດາ​ນະ​ໂຍບາຍ​ສັງຄົມ ​ຕາມ​ທິດ​​ໃຫ້ບຸລິມະສິດ​ສຸມ​ໃສ່​ແຫຼ່ງຊັບພະຍາກອນມະນຸດ ປະຕິບັດ​ນະ​ໂຍບາຍ​ສັງຄົມ​ຢູ່​​ເຂດ​ປະສົບ​ຄວາມ​ຄວາ​ມຫຍຸ້ງຍາກ ​ແລະ ທຸກ​ຍາກ​ທີ່​ສຸດ, ​ໃນ​ນັ້ນ​ມີ​ປະຊາຊົນ​​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່ປະສົບ​ກັບ​ຄວາມ​ທຸກ​ຍາກ​ຢູ່​ເຂດ​ພູດ​ອຍ,​ ເຂດ​ຊາຍ​ແດນ, ​ເຂດໝູ​່ເກາະ. ທ່ານ​ຮອງ​ນາຍົກລັດຖະມົນຕີກໍ່​ຮຽກຮ້ອງ​ສືບ​ຕໍ່​ປະຕິບັດ​ສຳ​ເລັດນະ​ໂຍບາຍ​ໜູນ​ຊ່ວຍ​ກ່ຽວ​ກັບ​ວັດຖຸ ​ແລະ ຈິດ​ໃຈ​ທີ່​​ເໝາະ​ສົມ​ໃຫ້​ຜູ້​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ການປະຕິວັດ, ​ເສີມ​ຂະຫຍາຍິນ​ທຳ​ທີ່​ວ່າ; ​ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນນ້ຳຂອງ​ຊາດ, ຮັບປະກັນ​ຄວາມ​ປ່ອງ​ດອງ​ຊາດ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ.

ຂ່າວ/ບົດ​ອື່ນ