ປີ 2018- ຄົນງານຫວຽດນາມຢູ່ຕ່າງປະເທດໄດ້ສົ່ງເງິນເມືອບ້ານກວ່າ 3 ຕື້ USD

(VOVWORLD) -ປີ 2018 ແມ່ນປີທີ 5 ລຽນຕິດ ຈຳນວນຄົນງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ ບັນລຸ ກວ່າ 142.800 ຄົນ, ສູງກວ່າ 30% ເມື່ອທຽບໃສ່ແຜນການວາງອອກໃນປີ ແລະ ເພີ່ມຂຶ້ນ 06% ເມື່ອທຽບໃສ່ປີ 2017

ໃນນັ້ນ ຍີ່ປຸ່ນ ແມ່ນຕະຫລາດຮັບຄົນງານຫວຽດນາມຫລາຍກວ່າໝູ່  ດ້ວຍ ກວ່າ 67.000 ຄົນ, ໄຕ້ຫວັນແມ່ນ 65.000 ຄົນ, ສເກົາຫລີ ແມ່ນ 6000 ຄົນ ຢືນອັນດັບ 3. ຕໍ່ມາແມ່ນບັນດາຕະຫລາດ ຄື ອາຣັບບີ ຊາອຸດີ, ຣູມານີ, ມາເລເຊຍ. ທ່ານ ດ່າວງອກຢູງ, ລັດຖະມົນຕີ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມໃຫ້ຮູ້ວ່າ:  ຈຳນວນເງິນເຊິ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດສົ່ງເມືອຫວຽດນາມໃນປີ 2018 ແມ່ນກວ່າ 3 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ