ທ່ານ ຮີ່ງຟອງແຈງ, ປະທານອົງການກວດກາລັດຖະບານ
photo:internet
|
(vovworld)-ໃນລາຍການ “ປະຊາຊົນຖາມ-ລັດຖະມົນຕີຕອບ” ກ່ອນເຂົ້າສູ່ປີໃຫມ່ປະຈຳຊາດປີມະແມ, ທ່ານ ຮີ່ງຟອງແຈງ, ປະທານອົງການກວດກາລັດຖະບານ ໃຫ້ຮູ້ວ່າ: ໃນປີ 2015, ຂະແຫນງກວດກາ ໄດ້ສຸມໃສ່ກວດກາຄວາມຮັບຜິດຊອບໃນວຽກງານແກ້ໄຂຄຳຮ້ອງທຸກ, ກ່າວຟ້ອງ, ເພື່ອຮັກສາສະຖຽນລະພາບດ້ານການເມືອງ ສັງຄົມ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ້ງມາດປາດຖະຫນາຂອງປະຊາຊົນ, ຮັບໃຊ້ຫນ້າທີ່ການເມືອງເວົ້າລວມ ແລະ ຮັບໃຊ້ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນເວົ້າສະເພາະ. ກ່ຽວກັບວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ຂະແຫນງກວດກາ ສ້າງລະບອບນະໂຍບາຍ, ຕິດພັນກັບວຽກງານໂຄສະນາ, ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ, ພິເສດແມ່ນການຄົ້ນພົບ, ແກ້ໄຂກໍລະນີສໍ້ລາດບັງຫລວງ, ສົມທົບກັບບັນດາຂະແຫນງການ, ອົງການກ່ຽວຂອ້ງເພື່ອປະຕິບັດແກ້ໄຂບັນດາຄະດີສໍ້ລາດບັງຫລວງ.