ປີ2015ແມ່ນປີບຸກທະລຸໃນການພົວພັນຫວຽດນາມ-ສ.ເກົາຫຼີ

ປີ2015ແມ່ນປີບຸກທະລຸໃນການພົວພັນຫວຽດນາມ-ສ.ເກົາຫຼີ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ​ ປະຈຳ ສ. ​ເກົາຫຼີ ຟ້າ​ມຮື​ວ​ຈີ໋ (ເບື້ອງຂວາ) (ພາບ: Phạm Duy/Vietnam+)

(vovworld) – ປີ 2015​ ແມ່ນ​ປີ​ບຸກທະລຸ​ໃນ​ການ​ພົວພັນ​ ຫວຽດນາມ -​ ສ.​ເກົາຫຼີ - ນີ້​ແມ່ນຄຳຢືນ​ຢັນຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ​ ປະຈຳ ສ. ​ເກົາຫຼີ ຟ້າ​ມຮື​ວ​ຈີ໋ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ກ່ຽວ​ກັບ​ສະພາບ​ການ​ພັດທະນາ ​ແລະ ​ແງ​່ຫວັງ​​ໃນ​ການ​ພົວພັນ 2 ຝ່າຍ ຫວຽດນາມ - ສ. ​ເກົາຫຼີ ​ໃນ​ປີ 2016.

        ພາຍຫຼັງ​ຍົກ​ລະດັບ​ການ​ພົວພັນ​ກາຍ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ” ​ເປັນ​ເວລາ 6 ປີ, ​ໃນ​ປີ 2015, ການ​ພົວພັນ ຫວຽດນາມ - ສ. ​ເກົາຫຼີ ສືບ​ຕໍ່​ໄດ້​ຮັບ​ການ​ເປີດ​ກ້ວາງ ​ແລະ ກ້າວ​ເຂົ້າ​ສູ່​ລວງ​ເລິກ. ບາດກ້າວ​ບຸກທະລຸ ​ແລ​ະ ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ປີ 2015 ​ແມ່ນ​ຂົງ​ເຂດຮ່ວມ​ມື​ດ້ານ​ເສດຖະກິດ. ​ໄລ່​ມາ​ຮອດ​ທ້າຍ​ປີ 2015, ຍອດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ ສ. ​ເກົາຫຼີ ​ເຂົ້າ ຫວຽດນາມ ບັນລຸ​ເກືອບ 50 ຕຶ້ USD. ຈຸດ​ພົ້ນ​ເດັ່ນ​ທີ 2 ​ແມ​່ນການ​ຄ້າ​ລະຫວ່າງ 2 ປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ດ້ວຍ​ຍອດ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນລຸ 36 ຕຶ້ USD, ​ເພີ່​ມຂຶ້ນ 24% ​ເມື່ອ​ທຽບ​ໃສ່​ປີ 2014. ຈຸດ​ພົ້ນ​ເດັ່ນ​ທີ 3 ​ແມ່ນ​ເລື່ອງ 2 ຝ່າຍ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ (FTA) 2 ຝ່າຍ ຫວຽດນາມ - ສ. ​ເກົາຫຼີ ​ໃນ​ວັນ​ທີ 20/12/2015. ​ຄຽງ​ຄູ່​ກັນ​ນັ້ນ, ບັນດາ​ຂົງ​ເຂດ​ຮ່ວມ​ມື​ອື່ນໆ ກໍ່​ມີ​ບາດກ້າວ​ພັດທະນາດີ​ກ່ວາ, ຂົງ​ເຂດ​ຮ່ວມ​ມື​ກ່ຽວ​ກັບ​ການທ່ອງທ່ຽວ, ວັດທະນະທຳ, ​ແຮງ​ງານ ກໍ່​ຍາດ​ໄດ້​ຜົນງານ​ຫຼາຍ​ຢ່າງ.

        ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ແງ່​ຫວັງ​ການ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຮື​ວ​ຈີ໋ ​ຖື​ວ່າ: ປີ 2016, ການ​ພົວພັນ ຫວຽດນາມ - ສ. ​ເກົາຫຼີ ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ​ກ່ວາ​ອີກ. ນອກຈາກ​ນັ້ນ, ປີ 2016 ກໍ່​ຈະ​ມີ​ກະ​ແສ​ລົງທຶນ​ໃໝ່​ຈາກ​ບັນດາ​ວິ​ສາ​ຫະກິດ ສ. ​ເກົາຫຼີ ​ເຂົ້າ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຖື​ວ່າ, ດ້ວຍ​ທ່າອ່ຽງ​ຕັ້ງໜ້າ​ນັ້ນ, ຈຸດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ຂຶ້ນ​ເຖິງ 70 ຕື້ USD ​ໃນ​ປີ 2020 ຈະ​ບັນລຸ​ໄດ້​ຢ່າງ​ແນ່ນອນ.

 


ຂ່າວ/ບົດ​ອື່ນ