ປຸກລະດົມ “ສັບປະດາຕອບສະໜອງ ການຮໍ່າຮຽນຕະຫຼອດຊີວິດ”

ປຸກລະດົມ “ສັບປະດາຕອບສະໜອງ ການຮໍ່າຮຽນຕະຫຼອດຊີວິດ” - ảnh 1
ຮູບແບບສັງຄົມຮໍ່າຮຽນຢູ່ນະຄອນໂຮ່ຈິມິນ
(ພາບ: phunuonline.com.vn)

(vovworld) -     ພິທີ​ປຸກ​ລະດົມ “ສັບປະດາ​ຕອບ​ສະໜອງ​ການຮໍ່າຮຽນ​ຕະຫຼອດ​ຊີວິດ” (ໃນ​ລະຫວ່າງ​ວັນ​ທີ 1 – 7/10) ດ້ວຍ​ຫົວ​ຂໍ້ “ຮໍ່າຮຽນ​ເພື່ອ​ກາຍ​ເປັນ​ພົນລະ​ເມືອງ​ດີ” ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 1/10 ຢູ່​ນະຄອນ​ໂຮ່ຈິ​ມິນ. ສັບ​ປະດາ​ເພື່​ອແນ​ໃສ່​ຍົກ​ສູງ​ສະຕິ​ຮັບ​ຮູ້​ໃຫ້​ທຸກ​ຄົນ​ກ່ຽວ​ກັບ​ການ​ຮໍ່າຮຽນ​ຕະຫຼອດ​ຊີວິດ ​ແລະ ສ້າງ​ສັງຄົມ​ຮໍ່າຮຽນ, ​​ເພື່ອ​ຫັນປ່ຽນ​ສະຕິ​ຮັບ​ຮູ້​ຂອງ​ບັນດາ​ຂັ້ນ​ຄຸ້ມ​ຄອງ ​ແນ​ໃສ່​ລົບ​ລ້າງ​ຮົ້ວ​ກີດຂວາງ​ເພີ່ມ​ທະວີ​ໂອກາດ​ຮໍ່າຮຽນ​ຕະຫຼອດ​ຊີວິດ​ໃນ​ໝູ່​ມະຫາຊົນ. ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​​ໃນ​ສັບ​ປະ​ດາ​ແມ່ນ ຈັດ​ຕັ້ງ​ພິທີ​ປຸກລະດົມ, ງານ​ວາງສະ​ແດງ​ຮູບ​ທ່ານ​ປະທານ​ໂຮ່ຈິ​ມິນ ​ກັບ​ການ​ຮໍ່າຮຽນ, ​ໂຄສະນາ​ຢູ່​ບັນດາ​ບໍລິ​ເວນ​ເຂດ​ຊຸມ​ຊົນ, ຈັດ​ຕັ້ງ​ການ​ປຶກສາ​ຫາລື, ຢ້ຽມຢາມ​ບັນດາ​ຮາກ​ຖານ​ຮໍ່າຮຽນ, ສູນ​ສຶກສາ, ທະວີ​ຄຸນ​ບັນດາ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ, ຍ້ອງຍໍ​ຄອບ​ຄົວ​ມັກ​ຮຽນ… ທີ່​ພິທີ​ປຸກ​ລົດົມ, ມີ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ຂອງ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ລາຍ​ງານ​ບົດຮຽນໃນ​ການ​ຮໍ່າ​ຮຽນ​, ບັນດາຮູບ​ແບບ​ທີ່ດີ​​ເພື່ອ​ໃຫ້​ທຸກ​ຄົມ​ຮໍ່າຮຽນ​ຕາມ.

ຂ່າວ/ບົດ​ອື່ນ