ປຸກລະດົມການເຄື່ອນໄຫວຕ່າງໆມຸ່ງໄປເຖິງການສະເຫຼີມສະຫຼອງ60ປີແຫ່ງວັນໄຊຊະນະດ້ຽນບຽນຝູ

ປຸກລະດົມການເຄື່ອນໄຫວຕ່າງໆມຸ່ງໄປເຖິງການສະເຫຼີມສະຫຼອງ60ປີແຫ່ງວັນໄຊຊະນະດ້ຽນບຽນຝູ - ảnh 1
ອະນຸສາວາລີໄຊຊະນະ ດ້ຽນບຽນຝູ
(ພາບ:
Việt Cường)

(vovworld) – ຕອນ​ເຊົ້າ​ວັນ​ທີ 1/3, ທີ່​ນະຄອນ ດ່າ​ໜັງ, ພົນ​ລະ​ພາກ​ຫຼວງ 11 (ກະຊວງ​ປ້ອງ​ກັນ​ປະ​ເທດ) ​ໄດ້​ປຸກລະດົມ​ບັ້ນ​ແຂ່ງຂັນ​ “ສືບ​ທອດ​ນັກຮົບ ດ້ຽນບຽນ”, 90 ວັນ ​ແລະ ຄືນ​ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ. ທ່ານ​ພັນ​ເອກ ​ເຈີ່ນ​ກວາງ​ຈູງ, ກຳມະການ​ການ​ເມືອງພົນ​ລະ​ພາກ​ຫຼວງ 11, ​ໃຫ້​ຮູ້​ວ່າ:

    “ທີ່​ໜຶ່ງ​ແມ່ນ​ສຸມ​ໃສ່​ສຶກສາ​ພະນັກງານ​ນັກຮົບ, ກຳມະກອນ ​ແລະ ຜູ້​ອອກ​ແຮ​ງງານ ມີ​ເຈດ​ຈຳນົງ​ຕັດສິນ​ໃຈ​ສ້າງ​ບັນດາ​ອົງການ​ພັກ​ຂັ້ນ​ຮາກ​ຖານ​ໃຫ້​ປອດ​ໃສ, ໝັ້ນຄົງ, ​ເຂັ້ມ​ແຂງ, ສຶກສາ​ມູນ​ເຊື້ອ ​ແລະ ສືບ​ທອດມູນ​ເຊື້ອ​ຂອງ​ລຸ້ນພໍ່​ລຸ້ນ​ອ້າຍ​ໃນ​ບັ້ນ​ຮົບ ດ້ຽນບຽນ​ຝູ. ທີ 2 ​ແມ່ນ, ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ປະຕິບັດ​ໜ້າ​ທີ່​ການ​ເມືອງ​​ໃຫ້ບັນ​ລຸ​ໝາກຜົນ​ສູງ​ສຸດ. ທີ 3 ​ແມ່ນ​ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມ​ງວດ, ສຸ​ມ​ໃສ່​ສ້າງ​ແບບ​ແຜ​ນ, ກອງທັບ​ຫຼວງຝຶກ​ຝົນ​ຫຼໍ່ຫຼອມ​ລະ​ບຽບວິ​ໄນ”

    ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ຄຳ່​ວັນ​ທີ 28/2, ຢູ່​ແຂວງ ກວາງ​ບີ່​ງ, ​ເຊິ່ງ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ຄະນະ​ຊາວ​ໜຸ່ມ​ແຂວງ ​ໄດ້​ຈັດ​ຕັ້ງ​ການພົບ​ປະ​ແລ​ກປ່ຽນ​ໂອ້​ລົມມູນ​ເຊື້ອ​ດ້ວຍ​ຫົວ​ຂໍ້​ວ່າ ​ໄວ​ໜຸ່ມ ກວາງ​ບີ່​ງ ຮຳ່​ຮຽນ ​ແລະ ​ເຮັດ​ຕາມ​ແບບຢ່າງ​ຄຸນ​ສົມບັດ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ.

 

ຂ່າວ/ບົດ​ອື່ນ