ຄຸ້ມເມືອງເກົ່າໂຮ້ຍອານ
ພາບ:baolaodong.com
|
(vovworld)- ພິທີປຸກລະດົມການເສັງ “ຮ່ວມກັບໂຮ້ຍອານ ມໍລະດົກໂລກ” ໄດ້ດຳເນີນໃນຕອນຄ່ຳວັນທີ 30/7 ຢູ່ ສວນປະຕິມາກຳ ໂຮ້ຍອານ ນະຄອນ ໂຮ້ຍອານ. ເຫດການດັ່ງກ່າວໂດຍສະຫະສະມາຄົມທ່ອງທ່ຽວ ແຂວງ ໂຮ້ຍອານ, ຄະນະກຳມະການປະຊາຊົນນະຄອນ ໂຮ້ຍອານ, ພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວ ໂຮ້ຍອານ ສົມທົບກັບຫ້ອງການ UNESCO ຢູ່ ຮ່າໂນ້ຍ ແລະ ອົງການ ILO ຢູ່ຫວຽດນາມຈັດຕັ້ງຂຶ້ນ. ການເສັງແມ່ນເພື່ອເຊີດຊູບັນດາອົງການ, ສ່ວນບຸກຄົນທີ່ກ່ຽວຂ້ອງເຖິງຂະແຫນງທ່ອງທ່ຽວ ໃນການປະຕິບັດບັນດາຂໍ້ລິເລີ່ມ ແລະ ມາດຕະການສື່ຂ່າວ, ການເຄື່ອນໄຫວດຶງດູດນັກທ່ອງທ່ຽວ, ປະກອບສ່ວນບູລະນະປະຕິສັງຂອນ ແລະ ອະນຸລັກຮັກສາມໍລະດົກວັດທະນະທຳໂລກ ຢູ່ ໂຮ້ຍອານ. ການເສັງ ກໍປະກອບສ່ວນຍົກສູງຄວາມຮັບຮູ້ຂອງວົງຄະນາຍາດຊຸມຊົນຢູ່ ໂຮ້ຍອານ ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກໂຮ້ຍອານ.