ປຸກລະດົມການເສັງຊອກຮູ້ ປະຫວັດສາດແຫ່ງການພົວພັນ ມິດຕະພາບ ລາວ - ຫວຽດນາມ
(vovworld) - ຕອນບ່າຍວັນທີ 7/6, ຢູ່ ຮ່າໂນ້ຍ ຄະນະໂຄສະນາສຶກສາ ສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມພະນັກງານ, ຄູອາຈານ, ນັກຮຽນ, ນັກສຶກສາບັນດາມະຫາວິທະຍາໄລ, ວິທະຍາໄລ ເພື່ອຕອບສະຫນອງການເສັງຊອກຮູ້ກ່ຽວກັບປະຫວັດສາດແຫ່ງການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ. ນີ້ແມ່ນການເຄື່ອນໄຫວຕອບສະຫນອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ”, ລະນຶກ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1962 - 2012) ແລະ 35 ປີແຫ່ງວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (1977 - 2012). ການເສັງແມ່ນໂອກາດເພື່ອໃຫ້ສອງພັກ, ສອງລັດ ຫວຽດນາມ ແລະ ລາວ ພ້ອມກັນສຶກສາມູນເຊື້ອປະຕິວັດ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ, ເປັນຕົ້ນແມ່ນລຸ້ນຫນຸ່ມຂອງສອງປະເທດກ່ຽວກັບການພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ. ການເສັງນີ້ກໍເປັນການປະກອບສ່ວນເຂົ້າໃນການຕໍ່ສູ້ຕ້ານບັນດາກົນອຸບາຍ “ຫັນປ່ຽນໂດຍສັນຕິ”, ຕ້ານຄືນບັນດາຄວາມເສັກສັນປັ້ນແຕ່ງງຂອງບັນດາກຳລັງເປັນປໍລະປັກຢາກແບ່ງແຍກຄວາມສາມັກຄີມິດຕະພາບຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ.
ທ່ານ ເຈືອງ ສົມບູນຂັນ ເລຂາສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມ
|
ກ່ອນຫນ້ານັ້ນ, ວັນທີ 6/6, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ປຸກລະດົມການເສັງ “ ຊອກຮູ້ກ່ຽວກັບປະຫວັດສາດແຫ່ງການພົວພັນສາມັກຄີມິດຕະພາບແບບພິເສດ ລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ - ລາວ ປີ 2012”. ການເສັງແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ ທົບທວນຄືນມູນເຊື້ອອັນສະຫງ່າອົງອາດຂອງສອງຊາດ ເພື່ອຈົດຈຳຄຸນງາມຄວາມດີອັນໃຫຍ່ຫລວງຂອງລຸ້ນພໍ່ລຸ້ນອ້າຍພ້ອມກັນຕໍ່ສູ້ເພື່ອຄວາມເປັນເອກະລາດຂອງສອງຊາດ. ທ່ານ ເຈືອງ ສົມບູນຂັນ ເລຂາສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເນັ້ນຫນັກວ່າ: ການເສັງແມ່ນການເຄື່ອນໄຫວມຸ່ງໄປເຖິງການລະນຶກ ປີສາມັກຄີມິດຕະພາບ ລາວ ຫວຽດນາມ ປີ 2012, 50 ປີແຫ່ງການສ້າງສາຍພົວພັນທາງການທູດ ແລະ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ. ທີສອງ ພວກຂ້າພະເຈົ້າຢາກໃຫ້ປະຊາຊົນ ລາວບັນດາເຜົ່າໃນທົ່ວປະເທດເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດແຫ່ງຄວາມສາມັກມິດຕະພາບລະຫວ່າງສອງປະເທດ. ທີສາມ ແມ່ນການປະກອບສ່ວນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະທດໃຫ້ນັບມື້ນັບມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ.