ປຸກລະດົມການແຂ່ງຂັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ 9
(VOVWORLD) -ການແຂ່ງຂັນເພື່ອແນໃສ່ຮັບຮູ້, ເຊີດຊູບັນດາຜູ້ຂຽວ, ຜົນງານ, ຜະລິດຕະພັນທີ່ດີເດັ່ນໃນຂົງເຂດຖະແຫຼງຂ່າວໃຫ້ຕ່າງປະເທດ ແລະ ປະກອບສ່ວນເພີ່ມທະວີໂຄສະນາຜົນສຳເລັດໃນການພັດທະນາຂອງປະເທດຊາດໃນຫຼາຍຂົງເຂດ.
ການຖະແຫຼງຂ່າວປຸກລະດົມການແຂ່ງຂັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວມໃຫ້ຕ່າງປະເທດຄັ້ງທີ 9 (ພາບ: VOV) |
ຕອນເຊົ້າວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳວຽກງານຖະແຫຼງຂ່າວການຕ່າງປະເທດໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ, ສຳນັກຂ່າວສານຫວຽດນາມ ຈັດຂຶ້ນການຖະແຫຼງຂ່າວປຸກລະດົມການແຂ່ງຂັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວມໃຫ້ຕ່າງປະເທດຄັ້ງທີ 9. ການແຂ່ງຂັນເພື່ອແນໃສ່ຮັບຮູ້, ເຊີດຊູບັນດາຜູ້ຂຽວ, ຜົນງານ, ຜະລິດຕະພັນທີ່ດີເດັ່ນໃນຂົງເຂດຖະແຫຼງຂ່າວໃຫ້ຕ່າງປະເທດ ແລະ ປະກອບສ່ວນເພີ່ມທະວີໂຄສະນາຜົນສຳເລັດໃນການພັດທະນາຂອງປະເທດຊາດໃນຫຼາຍຂົງເຂດ. ຜ່ານການຈັດຕັ້ງ 8 ຄັ້ງ, ການແຂ່ງຂັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດໄດ້ຢັ້ງຢືນອິດທິພົນຊື່ສຽງ ແລະ ຄຸນນະພາບດ້ານວິຊາການ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານເລຫ໋າຍບິ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳວຽກງານຖະແຫຼງຂ່າວການຕ່າງປະເທດເນັ້ນໜັກວ່າ:
ໃນການແຂ່ງຂັນນີ້ພວກຂ້າພະເຈົ້າມີຄວາມເອົາໃຈໃສ່ຫຼາຍກ່ວາຕໍ່ບັນດາສຳນັກຂ່າວສານຕ່າງປະເທດຂຽນກ່ຽວກັບຫວຽດນາມ, ເປີດກວ້າງຕື່ມອີກຫຼາຍລາຍການທີ່ກ່ຽວຂ້ອງເຖິງການປະດິດຄິດສ້າງ, ຂໍ້ລິເລີ່ມແນວຄວາມຄິດ… ບໍ່ວ່າເນື້ອໃນໃດເຮັດໃຫ້ຫວຽດນາມ ສວຍງາມກ່ວາ, ແຜ່ກະຈາຍຢ່າງກວ້າງຂວາງກ່ວາອີກ. ທ່າອ່ຽງນີ້ໄດ້ດຳເນີນໃນຊຸມປີຜ່ານມາ, ແຕ່ປີນີ້ພວກຂ້າພະເຈົ້າເນັ້ນໜັກກ່ວາ, ເຮັດແນວໃດເພື່ອດຶງດູດບັນດາເປົ້າໝາຍ, ກຳລັງເຂົ້າຮ່ວມໄດ້ຫຼາຍຂຶ້ນ.