ທ່ານຫວູຕຽນລົກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ
ພາບ:internet
|
(vovworld)- ຂະບວນການແຂ່ງຂັນຮັກຊາດ ໄລຍະ 2015-2020 ໃນກຸ່ມ ວິສາຫະກິດ, ນັກທຸລະກິດ ໄດ້ຮັບການປະຕິບັດຕາມຈິດໃຈ “ເຕົ້າໂຮມ - ສ້າງຄວາມຮັ່ງມີ - ສ້າງສາປະເທດຊາດ”, ມຸ່ງໄປເຖິງຈຸດໝາຍປະດິດຄິດສ້າງ, ສ້າງສາ ແລະ ພັດທະນາປະຊາຄົມວິສາຫະກິດຫວຽດນາມໃຫ້ເຂັ້ມແຂງ. ກ່າວຄຳເຫັນນະພິທີ, ທ່ານ ຫວໍເຕີນແທ່ງ, ຮອງປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ເນັ້ນຫນັກວ່າ:
“ວິສາຫະກິດແຕ່ລະແຫ່ງ, ນັກທຸລະກິດແຕ່ລະຄົນ ເສີມຂະຫຍາຍເນື້ອໃນຈິດໃຈຮັກຊາດ, ສາມັກຄີ, ເປັນຈິດຫນຶ່ງໃຈດຽວ ສະແດງຄຸນນະທາດ, ພູມປັນຍາ, ເຕົ້າໂຮມກຳລັງແຮງຍຸກສະໄຫມ ຂອງປະຊາຄົມວິສາຫະກິດຫວຽດນາມ ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອພັດທະນາແບບຍືນຍົງ, ສ້າງຄວາມຮັ່ງມີໃຫ້ຕົນເອງ ເພື່ອການເຕີບໃຫຍ່ຂອງປະຊາຄົມວິສາຫະກິດ, ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ໃນທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງໃນປະຈຸບັນ.”