ປຸກລະດົມປີຊາວໜຸ່ມ ອາສາສະໝັກ 2014
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 19/1, ຢູ່ແຂວງດ້ຽນບຽນ, ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງພິທີປຸກລະດົມ ປີຊາວໜຸ່ມອາສາສະໝັກ 2014.
ປີ 2014 ໄດ້ຮັບເລືອກເປັນ ປີຊາວໜຸ່ມອາສາສະໝັກ ດ້ວຍບັນດາເນື້ອໃນຈຸດສຸມຄື: ຍູ້ແຮງຂະບວນການ “ໄວໜຸ່ມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່“, ຍົກສູງຄຸນນະພາບຂະບວນການ “ໄວໜຸ່ມເຂົ້າຮ່ວມການກໍ່ສ້າງຕົວເມືອງສີວິໄລ“ ແລະ ສ້າງບາດກ້າວບຸກທະລຸໃນຂະບວນການ ຊາວໜຸ່ມອາສາສະໝັກ ເພື່ອຊີວິດປະຊາຄົມ, ຮັບປະກັນຊີວິດສັງຄົມ. ຜ່ານ 15 ປີ ແຫ່ງການເຄື່ອນໄຫວ, ຂະບວນການ ຊາວໜຸ່ມອາສາສະໝັກໄດ້ຮັບການພັດທະນານັບມື້ນັບແຮງ, ດຶງດູດຊາວໜຸ່ມນັບລ້ານຄົນເຂົ້າຮ່ວມ, ສ້າງຂີດໝາຍຢ່າງເລິກເຊິ່ງໃນສັງຄົມ. ຜ່ານຂະບວນການ ຊາວໜຸ່ມອາສາສະໝັກ, ຊາວໜຸ່ມໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ, ສັງຄົມ, ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.