ປຸກລະດົມເດືອນກະທຳແຫ່ງຊາດກ່ຽວກັບປະຊາກອນ ແລະ ວັນປະຊາກອນຫວຽດນາມ

(VOVWORLD) -ວັນທີ 9 ທັນວາ, ກົມໃຫຍ່ປະຊາກອນ-ວາງແຜນຄອບຄົວ, ກະຊວງສາທາລະນະສຸກຫວຽດນາມ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໄດ້ຈັດພິທີໂຮມຊຸມນຸມມິດຕິງປຸກລະດົມເດືອນກະທຳແຫ່ງຊາດກ່ຽວກັບປະຊາກອນ(ເດືອນທັນວາ) ແລະ ວັນປະຊາກອນຫວຽດນາມຄືວັນທີ 26 ທັນວາປີ 2017. 
ປຸກລະດົມເດືອນກະທຳແຫ່ງຊາດກ່ຽວກັບປະຊາກອນ ແລະ ວັນປະຊາກອນຫວຽດນາມ - ảnh 1ປຸກລະດົມເດືອນກະທຳແຫ່ງຊາດກ່ຽວກັບປະຊາກອນ ແລະ ວັນປະຊາກອນຫວຽດນາມ 

ທີ່ພິທີໂຮມຊຸມນຸມມິດຕິງ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທືຫງອກທິ້ງ ເນັ້ນໜັກວ່າ :

    “ ຂ້າພະເຈົ້າຮຽກຮ້ອງບັນດາຂະແໜງການຂັ້ນຕ່າງໆ ແລະ  ທົ່ວທັງສົງຄົມຈົ່ງຕັ້ງໜ້າຕອບສະໜອງ ແລະ ເຂົ້າຮ່ວມການກວດພະຍາດກ່ອນ ແລະ ພາຍຫຼັງປະສູດ; ຈົ່ງແມ່ນຜູ້ໂຄສະນາເຜີຍແຜ່ຢ່າງຕັ້ງໜ້າເພື່ອອະນາຄົດຂອງລູກຫຼານພວກເຮົາ ແລະ ເພື່ອອະນາຄົດໃນການພັດທະນາເຊື້ອສາຍຂອງຊາດຫວຽດນາມ. ຂ້າພະເຈົ້າສະເໜີຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆຈົ່ງຍູ້ໄວການເຊື່ອມຊຶມ ແລະ ຜັນຂະຫຍາຍການຫັນມະຕິກ່ຽວກັບການຮັບປະກັນບັນດາເປົ້າໝາຍໃຫ້ເປັນລະອຽດ ແລະ ຖືກຕ້ອງຕາມກຳນົດທິດ ແລະ ໃກ້ຊິດກັບຄວາມຕ້ອງການຕົວຈິງຢູ່ທ້ອງຖິ່ນຮາກຖານ ”

ຕອບກັບ

ຂ່າວ/ບົດ​ອື່ນ