ປັງປຸງແລະພັດທະນາສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວຢ່າງບໍ່ຢຸດຢັ້ງ

ປັງປຸງແລະພັດທະນາສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວຢ່າງບໍ່ຢຸດຢັ້ງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເຂົ້າ​ຢ້ຽມ​ຂ່ຳນັບ
​ທ່ານ​ເລຂາທິການ​ໃຫຍ່ ລາວ ຈູມມາ​ລີ ​ໄຊ​ຍະ​ສອນ
(ພາບ: VGP/Nhatbac)

(vovworld) – ​ໂດຍ​ສືບ​ຕໍ​ການ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ, ຕອນ​ເຊົ້າ​ວັນ​ທີ 14/9 ຢູ່​ນະຄອນ​ຫລວງ ວຽງ​ຈັນ, ປະ​ເທດ ລາວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ​ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ຢືນຢັນ​ວ່າ: 2 ພັກ, 2 ລັດຖະບານ​ຈະ​ສືບ​ຕໍ່​ສະຫງວນ​ບຸລິມະສິດ​ອັນ​ສູງ​ສຸດ​ໃຫ້ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ສາມັກຄີ​ແບ​ບພິ​ເສດ ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ. ນາຍົກລັດຖະມົນຕີທັງ 2 ທ່ານ ​ເຫັນ​ດີ​ເປັນເອກະສັນສືບ​ຕໍ່​ສົມທົບ​ກັນຈັດຕັ້ງ​​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ບັນດາ​ເຫດການ​ສຳຄັນ​ຍິ່ງ​ຂອງ 2 ປະ​ເທດ​ນັບ​ແຕ່​ປະຈຸ​ບັນ​ເຖິງ​ທ້າຍ​ປີ​​ໃຫ້​ດີ.

        ​ແລກ​ປ່່ຽນກ່ຽວ​ກັບ​ບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນດີ​ເດັ່ນ ຊຶ່ງ 2 ຝ່າຍ​ກໍ​ມີ​ຄວາມ​ສົນ​ໃຈ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມລະຫວ່າງ 2 ປະ​ເທດ​ຢູ່​ບັນດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ອາ​ຊຽນ ​ເພື່ອ​ຮັກສາ​ຫຼັກ​ໝັ້ນ, ສຽງ​ເວົ້າ​ລວມຂອງ ອາ​ຊຽນ ​ໃນ​ບັນດາ​ບັນຫາ​ຍຸດ​ທະ​ສາດສຳຄັນຂອງ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ຫວຽດນາມ ຈະ​ສົມທົບ​ຢ່າ​ງ​ແໜ້ນ​ແຟ້ນ ​ແລະ ໜູນ​ຊ່ວຍ​​ໃນ​ລະດັບ​ສູງ​ສຸດ ຕາມຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ໃຫ້​ ລາວ ຮັບປະກັນ​ບົດບາດ​ເປັນ​ປະທານ ອາ​ຊຽນ ​ໃນ​ປີ 2016 ຢ່າງ​ມີ​ໄຊ. ພາຍຫລັງ​ການ​ພົບ​ປະ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ພ້ອມກັບ ທ່ານ​ນາຍົກລັດ​ຖະມົນຕີ ທອງສິງ ທຳ​ມະ​ວົງ ​ເປັນ​ສັກຂີ​ພິຍານ​ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ ລັດຖະບານ ຫວຽດນາມ ​ແລະ ລາວ ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົມມະ​ນາ​ຄົມ - ຂົນ​ສົ່ງ​ໄລຍະ 2016 – 2025 ວິ​ໄສ​ທັດ​ເຖິງ​ປີ 2030.

        ​ແລະ​ໃນ​ຕອນ​ເຊົ້າ​ວັນ​ທີ 14/9, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈູມມາ​ລີ ​ໄຊ​ຍະ​ສອນ, ພົບ​ປະ​ເຈລະຈາ​ກັບປະທານ​ສະພາ​ແຫ່ງ​ຊາດ ລາວ ທ່ານ​ນາງ ປານີ ຢາ​ທໍ່​ຕູ້. ການ​ນຳ​ 2 ປະ​ເທດ​ຢືນຢັນ​ວ່າ: 2 ພັກ​, ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ທີ່​ສຸດ ​ແລະ ສະຫງວນ​ບຸລິມະສິດ​ສູງ​ສຸດ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ 2 ປະ​ເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ. 2 ຝ່າ​ຍເຫັນ​ດີ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ຮ່ວມ​ມື​ລົງທຶນ ​ແລະ ການ​ຄ້າ​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ; ພິຈາລະນາ​ສ້າງ​ເງື່ອນ​ໄຂ​ສະດວກຫລາຍ​ກ່ວາ​ອີກ ​ໃຫ້​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ​ແລະ ​ແຮງ​ງານ ຫວຽດນາມ​ ທຳງານ, ດຳລົງ​ຊີວິດ ​ແລະ ດຳ​ເນີນ​ທຸລະ​ກິດຢູ່ ລາວ. ທ່ານ​ນາຍົກລັດຖະມົນຕີ ຫງວຍ​ນ​ເຕີ໋ນຢຸງ ຢືນຢັນ​ວ່າ: ຫວຽດນາມ ຈະ​​ເຮັດຈົນ​ສຸດ​ຄວາມ​ສາມາດຂອງ​ຕົນ ​ເພື່ອ​ປະກອບສ່ວນ​ໜູນ​ຊ່ວຍ ລາວ ຮັບປະກັນ​ບົດບາດ​ເປັນ​ປະທານ ອາ​ຊຽນ ​ໃນ​ປີ 2016 ​ໃຫ້​ສຳ​​ເລັດ​ຜົນ.

        ​ໃນ​ການ​ຢ້ຽມຢາມ ລາວ ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ກໍ​ໄປ​ຢ້ຽມຢາມ​ອະດີດ​ການ​ນຳ​ຂັ້ນ​ສູງ​ບາງ​ທ່ານຂອງ ລາວ.

        ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ, ທີ່​ນະຄອນຫລວງ ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ກໍ່​ໄດ້ພົບ​ປະ​ກັບ​ປະຊາ​ຄົມ​ບັນດາ​ນັກ​ລົງທຶນ ຫວຽດນາມ ​ເຄື່ອນ​ໄຫວຢູ່​ ລາວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ່ນ​ຢຸງ ​ໄດ້​ຕີ​ລາຄາ​ສູງ​ເລື່ອງບັນດາ​ວິ​ສາ​ຫະກິດ ຫວຽດນາມ ທີ​່ພວມ​ລົງທຶນ, ທຳ​ມາ​ຄ້າຂາຍຢູ່ ລາວ ​ໄດ້​ສູ້​ຊົນ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແກ້​ໄຂ​ບັນດາ​ຄວາມຫຍຸ້ງຍາກ, ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ​ຢູ່ ລາວ ​ແລະ ບັນລຸ​ໄດ້​ໝາກຜົນ​ເບື້ອງ​ຕົ້ນ​ທີ່ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ນຳ ຫວຽດນາມ ກາຍ​ເປັນ​ປະ​ເທດ​ຢືນ​ອັນ​ດັບ​ທີ 2 ​ໃນ​ບັນດາ​ປະ​ເທດ​ທີ່​ລົງທຶນ​ຢູ່ ລາວ.

        ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ​ຫງວຽນ​ເຕີ໋ນຢຸງ ​ແລະ ຄະນະ​ຜູ້​ແທນ​ ຫວຽດນາມ ​ໄດ້​ເດີ​ນທາງອອກ​ຈາກ​ນະຄອນຫລວງ ວຽງ​ຈັນ, ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ລາວ ຢ່າງ​ດີງາມ.

ຂ່າວ/ບົດ​ອື່ນ