ປີທ່ອງທ່ຽວແຫ່ງຊາດ 2015 - ແທງຮ໋ວາ ເຊື່ອມຕໍ່ບັນດາມໍລະດົກໂລກ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 24/10, ຢູ່ນະຄອນໂຮ່ຈິມິນ, ຄະນະກຳມະການປະຊາຊົນແຂວງແທງຮ໋ວາ ໄດ້ຈັດກອງປະຊຸມຂ່າວກ່ຽວກັບ ປີທ່ອງທ່ຽວແຫ່ງຊາດ 2015 - ແທງຮ໋ວາ ເຊື່ອມຕໍ່ບັນດາມໍລະດົກໂລກ. ຈຸດພົ້ນເດັ່ນຂອງປີທ່ອງທ່ຽວແຫ່ງຊາດ 2015 ແມ່ນພິທີໄຂ ເຊິ່ງຈະຈັດຂຶ້ນໃນກາງເດືອນ 03/2015 ດ້ວຍລາຍການສະແດງສິລະປະພິເສດທີ່ມີຫົວຂໍ້ວ່າ “ແທງຮ໋ວາ - ເຂດມໍລະດົກ - ເຕົ້າໂຮມ ແລະ ສ່ອງແສງ”. ທີ່ການປະຊຸມຂ່າວ, ທ່ານ ເວືອງວັນຫວຽດ, ຮອງປະທານຄະນະກຳມະການປະຊາຊົນແຂວງແທງຮ໋ວາ, ຮອງຫົວໜ້າຄະນະຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2015 - ແທງຮ໋ວາ ໃຫ້ຮູ້ວ່າ.
“ແທງຮ໋ວາ ລົງທຶນດ້ານພື້ນຖານໂຄງລ່າງ, ຜະລິດຕະພັນ, ຍົກສູງຄຸນະພາບ, ແຫຼ່ງຊັບພະຍາກອນມະນຸດ, ລົງທຶນໃຫ້ວຽກງານກໍ່ສ້າງລະບົບພື້ນຖານໂຄງລ່າງ, ພັດຕະຄານ, ໂຮງແຮມ, ບ່ອນລະຫຼີ້ນບັນເທິງ.. ວຽກງານທັງໝົດນັ້ນ ແມ່ນເພື່ອແນໃສ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມແທງຮ໋ວາ. ຖືກກັບຄາດໝາຍທີ່ໄດ້ວາງອອກແມ່ນ ຕ້ອງສ້າງການທ່ອງທ່ຽວແຂວງແທງຮ໋ວາ ໃຫ້ກ່າຍເປັນຂະແຫຼງເສດຖະກິດປາຍແຫຼມໃນປີ 2020”.