ປັນຍາຊົນຫວຽດນາມຢູ່ຕ່າງປະເທດປະກອບຄວາມເຫັນຍົກສູງຄວາມສາມາດແກ່ງແຍ້ງຂອງຫວຽດນາມໃນທົ່ວໂລກ

ປັນຍາຊົນຫວຽດນາມຢູ່ຕ່າງປະເທດປະກອບຄວາມເຫັນຍົກສູງຄວາມສາມາດແກ່ງແຍ້ງຂອງຫວຽດນາມໃນທົ່ວໂລກ - ảnh 1
“​ເວທີ​ປາ​ໄສ​ນັກ​ຊ່ຽວຊານ​ປັນຍາ​ຊົນ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ກັບ​ການ​ພັດທະນາ​ເສດຖະກິດ ​ແລະ ການ​ເຊື່ອມ​ໂຍງ​ຂອງ​ຫວຽດນາມ ​ໄລຍະ 2016-2020“

(vovworld) - ຕອນ​ເຊົ້າ​ວັນ​ທີ 7/6, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ສົມທົບ​ກັບ​ຄະນະ​ເສດຖະກິດ​ສູນ​ກາງ​ໄດ້​ຈັດ​ຕັ້ງ “​ເວທີ​ປາ​ໄສ​ນັກ​ຊ່ຽວຊານ​ປັນຍາ​ຊົນ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ກັບ​ການ​ພັດທະນາ​ເສດຖະກິດ ​ແລະ ການ​ເຊື່ອມ​ໂຍງ​ຂອງ​ຫວຽດນາມ ​ໄລຍະ 2016-2020“ ດ້ວຍ​ຫົວ​ຂໍ້ “ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ຫວຽດນາມ ​ໃນ​ພື້ນຖານ​ເສດຖະກິດທົ່ວ​ໂລກ. ທີ່​ເວທີ​ປາ​ໄສ​ບັນດາ​ຜູ້​ແທນ​ປຶກສາ​ຫາລື​ຫຼາຍ​ບັນຫາ​ເຊັ່ນ: ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຮູບ​ແບບ​ເຕີບ​ໂຕ​ຂອງ​ຫວຽດນາມ, ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ, ການ​ປະຕິ​ຮູບ​ລະບົບ​ການ​ເງິນ​ທະນາຄານ, ພາສີ ​ແລະ ນະ​ໂຍບາຍ​ພັດທະນາ​ອຸດສາຫະກຳ, ກະ​ສິກຳ, ວິ​ສາ​ຫະກິດ…ຕາມທ່ານ ​ເວື​ອງດິ່ງ​ເຫວ໋, ຫົວໜ້າ​ຄະນະ​ເສດຖະກິດ​ສູນກາງ​ແລ້ວ, ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ, ທ່າ​ໄດ້​ປຽບ​ຂອງ​ຫວຽດນາມ ນັ້ນ​ແມ່ນ​ມະນຸດ ​ແລະ ອົງ​ປະກອບ​ພົນລະ​ເຮືອນ, ດ້ວຍ​ກຳລັງ​ແຮງ​ງານ​ໜຸ່ມ, ຫຼາຍ, ມີ​ລະດັບ​ຄວາມ​ຮູ້, ມີ​ການ​ພົວພັນ​ກັບ​ປັນຍາ​ຊົນ​ສາກົນ. ທ່ານ ​ເວື​ອງດິ່ງ​ເຫວ໋, ຫົວໜ້າ​ຄະນະ​ເສດຖະກິດ​ສູນກາງເນັ້ນ​ໜັກ​ວ່າ:

ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ບັນດາ​ຜູ້​ແທນ, ບັນດາ​ນັກວິທະຍາສາດ​ສຸມ​ໃສ່​ຕີ​ລາຄາ​ກ່ຽວ​ກັບ​ຈຸດ​ພິ​ເສດ, ທ່າ​ອ່ຽງຂອງ​ສະພາບ​ເສດຖະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃນ​ປະຈຸ​ບັນ. ສິ່ງ​ດັ່ງກ່າວ​ມີ​ການ​ກະທົບ​ຄື​ແນວ​ໃດ​ເຖິງ​ການ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ຫວຽດນາມ, ຫຼື​ບັນຫາ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ. ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ແລະ ບັນດາບັນ​ຫາ​ທີ່​ພວກ​ເຮົາ​ເອົາ​ໃຈ​ໃສ່​ທີ່​ສຸດ​ນັ້ນ​ແມ່ນ​ຂົງ​ເຂດ​ການ​ເງິນ​ທະນາຄານ, ລັດ​ວິ​ສາ​ຫະກິດ“.


ຂ່າວ/ບົດ​ອື່ນ