ປັບປຸງ ແລະ ເພີ່ມທະວີ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ

ປັບປຸງ ແລະ ເພີ່ມທະວີ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ - ảnh 1
ທ່ານ ຈີ​ຈຽນ​ກົວ ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຈີນ - ຫວຽດນາມ
(ພາບປະກອບ: vtc.vn)

(vovworld) - ​ເມື່ອ​ຕອບ​ສຳພາດ​ຕໍ່​ສື່​ມວນ​ຊົນ​ຫວຽດນາມ ​ກ່ອນ​ທີ່​ເດີນທາງ​ໄປ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 7-10/4 ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ. ທ່ານ ຈີ​ຈຽນ​ກົວ ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຈີນ - ຫວຽດນາມ, ອະດີດ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຫວຽດນາມ, ຖື​ວ່າ: ການ​ຢ້ຽມຢາມ​ດຳ​ເນີນ​ໄປ​ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຈີນ - ຫວຽດນາມ ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ປະ​ເອີ​ບ​ໃຈ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ - ຫວຽດນາມ, ທ່ານ​ຖື​ວ່າ, ​ເຖິງ​ວ່າ​ບົນ​ເສັ້ນທາງ​ແຫ່ງ​ການ​ພັດທະນາ​ໃນ​​ໄລຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດອາດ​ຈະ​ເກີດ​ບັນຫາ​ໃດ​ໜຶ່ງ​ກໍ່ຕາມ, ​ແຕ່​ສອງ​ຝ່າຍ​ພຽງ​ແຕ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ແກ້​ໄຂ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ຢ່າງ​ສົມ​​ເຫດ​ສົມ​ຜົນ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ ​ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ຈົບງາມ. ທ່ານຮອງ​ປະທານ​ສະມາຄົມ​ມິດຕະພາບ​ຈີນ - ຫວຽດນາມ ​ເນັ້ນ​ໜັກ​ວ່າ, ​ເພື່ອ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ - ​ຫວຽດນາມ, ສອງ​ປະ​ເທດ​ຄວນ​ຊາບ​ຊືມການ​ປະຕິບັດ “​ທິດ​ນຳ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ຮ່ວມ​ມື​ຮ້ອບດ້ານ, ສະຖຽນ​ລະ​ພາບ​ຍາວ​ນານ, ມຸ່ງ​ໄປ​ສູ່​ອະນາຄົດ“ ​ແລະ “ຈິດ​ໃຈ 4 ດີ​ເຊັ່ນ: ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ ​ແລະ ຄູ່​ຮ່ວມ​ມື​ທີ່​ດີ“ ຢ່າງ​ຄົບ​ຖ້ວນ, ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ການ​ເມືອງ, ​ເສດຖະກິດ - ການ​ຄ້າ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ​ເຕັກນິກ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ… ນຳ​ການ​ພົວພັນ​ຈີນ - ຫວຽດນາມ ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ພ້ອມ​ກັນ​ນັ້ນ, ສອງ​ປະ​ເທດ​ຄວນ​ມານະ​ພະຍາຍາມ​ສ້າງ​ພື້ນຖານ​​ແຫ່ງ​ຄວາມມິດຕະພາບ​ຈີນ - ຫວຽດນາມ​​​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ