(ພາບປະກອບ google.com.vn)
(vovworld) - ຕອນເຊົ້າວັນທີ 8/9, ໃນວາລະປະຊຸມຄົບຄະນະຄັ້ງທີ 6, ກຳມາທິການຍຸຕິທຳຂອງສະພາແຫ່ງຊາດໄດ້ກວດກາ ແລະ ປະກອບຄວາມເຫັນໃຫ້ບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານສໍ້ລາດບັງຫຼວງປີ 2012. ຕາມບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານສໍ້ລາດບັງຫຼວງປີ 2012ແລ້ວ, ເຖິງວ່າບັນລຸໄດ້ໝາກຜົນອັນຕັ້ງໜ້າຈຳນວນໜຶ່ງກໍ່ຕາມ, ແຕ່ວຽກງານປ້ອງກັນ, ຕ້ານສໍ້ລາດບັງຫຼວງຍັງບໍ່ທັນບັນລຸໄດ້ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ. ສໍ້ລາດບັງຫຼວງຍັງເກີດຂຶ້ນຢູ່ຫຼາຍຂົງເຂດ, ຫຼາຍຂັ້ນ, ຫຼາຍຂະແໜງຢູ່. ເພື່ອແນໃສ່ຍົກສູງຄວາມຮັບຜິດຊອບຂອງອົງການຕ່າງໆໃນການປ້ອງກັນ, ຕ້ານສໍ້ລາດບັງຫຼວງ, ທ່ານ Nguyen Duc Chung ຫົວໜ້າກອງບັນຊາການຕຳຫຼວດນະຄອນ ຮ່າໂນ້ຍສະເໜີຕໍ່ລັດຖະບານວ່າ:
”ຕາມບົດລາຍງານກ່ຽວກັບວຽກງານກວດກາຂອງອົງການກວດກາລັດຖະບານກໍ່ຄືຂອງອົງການກວດກາຂະແໜງ, ອົງການກວດກາຂອງຄະນະກຳມະການປະຊາຊົນບັນດາແຂວງຕະຫຼອດຮອດທຸກຂັ້ນແລ້ວ, ອາດເວົ້າໄດ້ວ່າແຕ່ລະປີຈຳນວນກໍລະນີກວດກາແມ່ນຫຼາຍທີ່ສຸດ, ດັ່ງນັ້ນຄວນມີກົນໄກຕິດຕາມກວດກາໝາກຜົນຂອງການກວດກາກໍລະນີຕ່າງໆຂອງອົງການກວດກາຂະແໜງ ກໍ່ຄືກວດກາຂອງຄະນະກຳມະການປະຊົນແຂວງ ຫຼືຂອງກະຊວງ, ຂະແໜງການ, ອົງການ… ທີ່ສອງແມ່ນຕ້ອງມີກົນໄກມອບຄວາມຮັບຜິດຊອບໃຫ້ແກ່ອົງການກວດກາ, ກວດສອບບັນຊີ ກ່ຽວກັບຂໍ້ສະຫຼຸບການກວດກາ ແລະ ກົນໄກຕິດຕາມກວດກາການແກ້ໄຂການປະຕິບັດບັນດາຂໍ້ສະຫຼຸບພາຍຫຼັງການກວດກາ”.
ບົດລາຍງານຂອງລັດຖະບານກ່ຽວກັບການປ້ອງກັນ, ຕ້ານສໍ້ລາດບັງຫຼວງຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນສະໄໝປະຊຸມທ້າຍປີ.